ກຽມລົງມືກໍ່ສ້າງ ທາງດ່ວນນະຄອນຫລວງວຽງຈັນ-ຮາໂນ່ຍ ຊ່ວງທີ 2 ປາກຊັນ – ຊາຍແດນລາວຫວຽດນາມ ມູນຄ່າ 1.9 ຕື້ໂດລາ

ວັນທີ 15 ຕຸລາ 2025 ທີ່ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາສຳປະທານ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ສປປລາວ -ຮ່າໂນ່ຍ ສສຫວຽດນາມ (ຊ່ວງທີ 2) ແຕ່ເມືອງປາກຊັນ ຫາຊາຍແດນລາວ-ຫວຽດນາມ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ. ໂດຍການເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈຳການ, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ວັນທອງ ບຸດຕະນະກຸນ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕາງໜ້າ 3 ບໍລິສັດ ເຂົ້າຮ່ວມ.
ການສ້າງເສັ້ນທາງດ່ວນດັ່ງກ່າວ, ແມ່ນສອດຄ່ອງຕາມທິດເຊື່ອມໂຍງເຊື່ອມຈອດຂອງລັດຖະບານ ໂດຍມີໄລຍະທາງປະມານ 203.8 ກິໂລແມັດ ຄາດຄະເນງົບປະມານ 1.9 ຕື້ໂດລາສະຫະລັດ, ເຊິ່ງໂຄງການແມ່ນຈະເລີ່ມລົງມືປະຕິບັດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ພ້ອມນີ້, ອາດຈະມີການວາງສີລາລືກຢູ່ພາກສະໜາມອີກຄັ້ງກ່ອນລົງມືກໍ່ສ້າງຕົວຈິງ ຄາດວ່າໂຄງການດັ່ງກ່າວຈະດໍາເນີນການກໍ່ສ້າງໄປຮອດປີ 2030 ໃຫ້ສຳເລັດ.

