IMF ຊີ້ເສດຖະກິດໂລກໄດ້ແຮງໜຸນຫລັງປະເທດສ່ວນຫລາຍບໍ່ຕອບໂຕ້ພາສີອາເມລິກາ
ທ່ານ ນາງ ຄຣິສຕາລິນາ ກໍເກຍວາ ກໍາມະການຜູ້ຈັດການກອງທຶນການເງິນສາກົນ (IMF) ກ່າວໃນວັນທີ 14 ຕຸລາວ່າ: ການທີ່ປະເທດສ່ວນຫລາຍເລືອກຈະບໍ່ຕອບໂຕ້ພາສີຂອງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ຖືເປັນປັດໄຈສໍາຄັນທີ່ຊ່ວຍເພີ່ມຄວາມແຂງແຮງໃຫ້ເສດຖະກິດໂລກ.
ນາງ ກໍເກຍວາ ລະບຸລະຫວ່າງກອງປະຊຸມປະຈໍາປີຂອງ IMF ແລະ ທະນາຄານໂລກ ຢູ່ນະຄອນຫລວງວໍຊິງຕັນວ່າ: ມາຮອດປັດຈຸບັນ ໂລກຍັງຄ້າຂາຍກັນພາຍໃຕ້ກະຕິກາເກົ່າ ແລະ ຫລີກລ່ຽງການຍົກລະດັບສົງຄາມພາສີ ເຊິ່ງອາດສ້າງຄວາມເສຍຫາຍຮຸນແຮງ.
ກ່ອນໜ້ານີ້, IMF ໄດ້ເພີ່ມຄາດຄະເນການເຕີບໃຫຍ່ຂອງລວມຍອດຜະລິດຕະພັນໂລກ (GDP) ປີ 2025 ໃນລາຍງານ World Economic Outlook ຈາກ 3.0% ເປັນ 3.2%, ແຕ່ເຕືອນວ່າສົງຄາມການຄ້າຮອບໃໝ່ລະຫວ່າງອາເມລິກາກັບຈີນ ເຊິ່ງທ່ານ ທຣໍາ ຂູ່ຈະເລີ່ມຂຶ້ນ ອາດຢຸດການຜະລິດ.
ນອກຈາກນີ້, ປັດໄຈອື່ນໆທີ່ຊ່ວຍຮັກສາເສດຖະກິດໂລກໄດ້ແກ່ ນະໂຍບາຍຂອງປະເທດຕ່າງໆ ທີ່ສະໜັບສະໜູນພາກເອກະຊົນ, ການຈັດສັນຊັບພະຍາກອນຢ່າງມີປະສິດທິພາບ ແລະ ຄວາມຄ່ອງຕົວຂອງທຸລະກິດໃນການຫລີກລ່ຽງຜົນກະທົບຈາກພາສີເຊັ່ນ: ການເລັ່ງນໍາເຂົ້າສິນຄ້າລ່ວງໜ້າ ແລະ ປັບໂຄງສ້າງຕ່ອງໂສ້ອຸປະທານ.
ເຖິງຢ່າງໃດກໍຕາມ, ນາງ ກໍເກຍວາ ເຕືອນວ່າ: ຄວາມແຂງແຮງຂອງເສດຖະກິດໂລກອາດຖືກທົດສອບຈາກການປະເມີນມູນຄ່າສິນຊັບທີ່ສູງເກີນຈິງ ໂດຍສະເພາະໃນຂະແໜງເຕັກໂນໂລຊີ ເຊິ່ງເປັນແຮງຂັບເຄື່ອນສໍາຄັນໃນການເພີ່ມຂຶ້ນຂອງຕະຫລາດຫຸ້ນໃນປີນີ້.
ທ່ານ ປິແອ ໂອລິເວຍ ກູຣິນຊາສ ຫົວໜ້ານັກເສດຖະສາດຂອງ IMF ກ່າວກ່ອນໜ້ານີ້ວ່າ: ການລົງທຶນໃນເຕັກໂນໂລຊີປັນຍາປະດິດ (AI) ອາດສ້າງສະພາບຟອງສະບູແຕກຄືວິກິດດອດຄອມປີ 2000 ເຊິ່ງສ້າງຄວາມເສຍຫາຍໃຫ້ນັກລົງທຶນຕະຫລາດຫຸ້ນ, ແຕ່ບໍ່ອາດເຮັດໃຫ້ເກີດວິກິດທາງລະບົບ ເພາະບໍ່ໄດ້ອາໄສໜີ້ສິນຈໍານວນຫລາຍ.

