ແຂວງສະຫວັນນະເຂດ ທໍາລາຍຢາບ້າ 2,398,144 ເມັດ ແລະ ຢາເສບຕິດຫລາຍລາຍການ

ວັນທີ 14 ຕຸລາ 2025 ຢູ່ທີ່ສະໜາມກິລາຫລັກ 4 ແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ ( 12 ຕຸລາ 2001 – 12 ຕຸລາ 2025 ) ແລະ ພິທີທຳລາຍຢາເສບຕິດປະຈຳປີ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ , ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ຄະນະຮັບຜິດຊອບວຽກງານປ້ອງກັນຢາເສບຕິດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງ ສະຫວັນນະເຂດ, ຄະນະຮັບຜິດຊອບວຽກງານປ້ອງກັນຢາເສບຕິດຂັ້ນແຂວງ ໄດ້ລາຍງານວ່າ: ແຂວງສະຫວັນນະເຂດ ໃນປີຜ່ານມາ 2024 ຫາ 6 ເດືອນຕົ້ນປີ 2025 ເຈົ້າໜ້າທີ່ຕໍາຫລວດ ໄດ້ມ້າງຄະດີ ຈັບກຸມຜູ້ກະທໍາຜິດ ແລະ ກັກຕົວບັນດາຫົວໂປ່ໂຕການຄ້າຂາຍຢາເສບຕິດລາຍໃຫຍ່ຈໍານວນໜຶ່ງ ມາດໍາເນີນຄະດີຕາມກົດໝາຍ ເຊິ່ງມີຄະດີເກີດຂື້ນ ທັງໝົດ ຈໍານວນ 565 ລາຍ, ຜູ້ຖືກຫາ 890 ຄົນ; ຍິງ 62 ຄົນ, ຊາວຕ່າງປະເທດ 19 ຄົນ; ຍິງ 3 ຄົນ ແລະ ຢຶດຂອງກາງຄະດີ ປະເພດຢາບ້າໄດ້ ຈໍານວນ 1,434,783 ເມັດ, ຢາໄອສ໌ 20 ຖົງນ້ອຍ; ຢາເຄ 116 ຖົງນ້ອຍ; ຢາອີ 1,369 ເມັດ; ຄໍລາເຈນ 51 ຊອງ; ໃບກະທ່ອມ 249 ກິໂລ; ຢາດີໄອ 13,223 ຂວດ; ກາເຟປະສົມສານເສບຕິດ 51 ຊອງ, ຢາເຄປະສົມໂລເຢນດີ 8 ຊອງ, ໂລເຢນດີ 37 ຊອງ, ຢາສູບໄຟຟ້າ 13,081 ຫລອດ; ອາວຸດເສິກ 13 ກະບອກ ແລະ ໄດ້ຢຶດຊັບສິນປະເພດອື່ນໆ ເຊັ່ນ: ພາຫະນະ, ສິ່ງປຸກສ້າງ ແລະ ວັດຖຸມີຄ່າ ຈໍານວນຫລາຍ.

ສໍາລັບຂອງກາງຄະດີຢາເສບຕິດທີ່ຈະນຳອອກມາທໍາລາຍມີ:

  • ຢາເສບຕິດປະເພດຢາບ້າ 2,398,144 ເມັດ, ນໍ້າໜັກ 277 ກິໂລ 144.0361 ກຣາມ
  • ເຮໂຣອິນ 4 ແທ່ງ, ນໍ້າໜັກ 1 ກິໂລ, 544.5 ກຣາມ
  • ຢາໄອສ໌ 504 ຖົງໃຫຍ່, 11 ຖົງກາງ, 18 ຖົງນ້ອຍ, ນໍ້າໜັກ: 529 ກິໂລ 828.686 ກຣາມ
  • ຢາອີ 79 ເມັດ; ນໍ້າໜັກ 32.1262 ກຣາມ
  • ກັນຊາແຫ້ງ 498 ແທ່ງ, ນໍ້າໜັກ 495 ກິໂລ 955 ກຣາມ
  • ຢາເຄ 4 ຖົງນ້ອຍ, ນໍ້າໜັກ 0.5822 ກຣາມ
  • ຄໍລາເຈນ 2 ຖົງນ້ອຍ, ນໍ້າໜັກ 184.409 ກຣາມ
  • ຢາສູບໄຟຟ້າ 1 ຫລອດ

ທີ່ມາ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ