ນັກລົງທຶນລາວ-ຈີນຮ່ວມທຶນພັດທະນາໂຮງງານອຸດສາຫະກຳເຫລັກຄູນຄຳ

ພິທີລົງນາມຮ່ວມທຶນພັດທະນາໂຮງງານອຸດສາຫະກໍາ ເຫຼັກຄູນຄໍາກາຊ້າງຄູ່ (CK) ລະຫວ່າງໂຮງງານ ແລະ ບໍ ລິສັດວຽງຈັນ DKK ເຫຼັກຮູບ ປະພັນຈໍາກັດ ໃນມູນຄ່າ 20 ລ້ານໂດລາສະຫະລັດໄດ້ມີ ຂຶ້ນໃນວັນທີ 4 ມັງກອນນີ້, ທີ່ແຂວງສະຫວັນນະເຂດ ໂດຍ ການເຂົ້າຮ່ວມຂອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ຫົວໜ້າ ຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ.

+ ລາວ-ຈີນ ລົງນາມສັນຍາຮ່ວມມືຫລາຍສະບັບໃນໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ
+ ລາວ-ຈີນຮ່ວມມືສົ່ງເສີມດ້ານການທ່ອງທ່ຽວ
ຜູ້ອໍານວຍການບໍລິສັດ ຄູນ ຄໍາສະຕີລອິນດຣັສທຣີ ຈໍາກັດ ໃຫ້ຮູ້ວ່າ: ການຮ່ວມມືດັ່ງກ່າວ ເພື່ອແນໃສ່ຍົກລະດັບກໍາລັງ ການຜະລິດເຫຼັກຮູບປະພັນທຸກ ຊະນິດ ຢູ່ແຂວງສະຫວັນນະ ເຂດໃຫ້ມີຄຸນນະພາບດີ, ມີປະ ລິມານພຽງພໍກັບຄວາມຕ້ອງການຂອງຕະຫຼາດພາຍໃນ ເພື່ອແນໃສ່ກໍາຈັດ ແລະ ຫຼຸດ ຜ່ອນການນໍາເຂົ້າເຫຼັກຈາກ ຕ່າງປະເທດ ແລະ ທັງເປັນ ການ ປັບປຸງຍົກລະດັບກໍາລັງ ການຜະລິດເຫຼັກຮູບປະພັນ ຂອງພວກເຮົາດີຂຶ້ນ ປີໜຶ່ງ ໃຫ້ສາມາດຜະລິດເຫຼັກເສັ້ນ ແລະ ເຫຼັກແຜ່ນໃຫ້ໄດ້ແຕ່ 200.000-250.000 ໂຕນ, ສາມາດສ້າງວຽກເຮັດ ງານທໍາໃຫ້ແກ່ແຮງງານ ລາວໄດ້ 150-250 ຄົນ, ຊຶ່ງສິ່ງດັ່ງກ່າວນີ້ ຈະກາຍ ເປັນອີກທ່າແຮງໜຶ່ງໃນ ການສ້າງ ລາຍຮັບໃຫ້ກັບ ແຂວງສະຫວັນນະເຂດ.
ໂຮງງານຜະລິດ ເຫຼັກ ເສັ້ນແຫ່ງນີ້ ຕັ້ງຢູ່ບ້ານນາຄໍາ ເມືອງໄກສອນ ພົມວິຫານ, ຕາມສາຍທາງເລກ 9 ໂດຍ ໄດ້ເລີ່ມຕົ້ນດໍາເນີນການຜະ ລິດ ແລະ ຈໍາໜ່າຍມາແຕ່ຕົ້ນ ປີ 2017.

