ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫຼງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ( 12 ຕຸລາ 2001-12 ຕຸລາ 2025 ) ຄົບຮອບ 24 ປີ

ປະຊາຊົນລາວບັນດາເຜົ່າ; ບັນດາສະຫາຍ ໃນອົງການຈັດຕັ້ງພັກ, ລັດຖະບານ; ບັນດາທ່ານ ໃນອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ຊາວຕ່າງດ້າວ ທີ່ເຂົ້າມາດຳເນີນທຸລະກິດ, ດຳລົງຊີວິດ ຢູ່ ສປປ ລາວ ທີ່ນັບຖື ແລະ ຮັກແພງ !.
ຂ້າພະເຈົ້າ, ຕາງໜ້າໃຫ້ລັດຖະບານ ກໍຄືຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໃນນາມສ່ວນ ຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບ ຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນມື້ນີ້, ເຊິ່ງຈະເປັນໂອກາດທີ່ດີໃຫ້ພວກເຮົາ ໄດ້ສະຫຼຸບຜົນງານ, ຖອດຖອນບົດຮຽນ ໃນການຈັດຕັ້ງປະ ຕິບັດວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະໜຶ່ງປີ ທີ່ຜ່ານມາ.
ເປັນທີ່ຊາບກັນແລ້ວວ່າ ສະພາບບັນຫາຢາເສບຕິດ ໄດ້ແຜ່ລະບາດຢູ່ທົ່ວໂລກ, ມັນໄດ້ເພີ່ມຄວາມເປັນອັນຕະລາຍ ເຊິ່ງຕິດພັນ ເເລະ ເປັນຕົ້ນເຫດຂອງການກໍ່ອາຊະຍາກຳອື່ນໆ ເປັນຕົ້ນ: ກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາ ທີ່ໃຊ້ຄວາມຮຸນແຮງຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນ, ກາຍເປັນໄພຂົ່ມຂູ່ ຕໍ່ສະພາບການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ກໍຄືສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍຄືບັນດາປະຊາຊາດໃນທົ່ວໂລກ.
ສປປ ລາວ ມີທີ່ຕັ້ງພູມສາດ ໃນອານຸພາກພື້ນລຸ່ມແມ່ນໍ້າຂອງ, ມີຊາຍແດນຕິດຈອດກັບຫຼາຍປະ ເທດ; ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ກັບບັນດາປະເທດ, ເຊິ່ງເປັນເງື່ອນໄຂໃຫ້ລາວ ກາຍເປັນທາງຜ່ານໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນ ທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ.
ສະພາບບັນຫາຢາເສບຕິດ ຢູ່ ສປປ ລາວ ກໍຄືກັບຫຼາຍປະເທດໃນໂລກ ໄດ້ແຜ່ລະບາດ, ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫຼາຍລະດັບທີ່ແຕກຕ່າງກັນ; ໄດ້ກາຍເປັນສາເຫດ ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ; ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດ ແຕ່ລະປະເພດ ທີ່ຍຶດ ແລະ ຈັບໄດ້ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ເລ້ລ່ຽມການເຄື່ອນໄຫວ ລັກລອບຂົນສົ່ງ, ຄ້າຂາຍ, ຈໍາໜ່າຍຢາເສບຕິດ ມີລັກສະນະເລິກແລບ ແນບນຽນ, ດ້ວຍຫຼາຍວິທີການ, ມີຮູບການທີ່ສະຫຼັບສັບຊ້ອນ; ມີການຊຸກເຊື່ອງ, ປະສົມສິ່ງເສບຕິດລົງໃນຜະລິດຕະພັນບາງຊະນິດ ທີ່ສັງຄົມນຳໃຊ້ ແລະ ບໍລິໂພກປະຈໍາວັນ; ກຸ່ມຄົນເຫຼົ່ານັ້ນເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ; ນໍາໃຊ້ພາຫະນະ ແລະ ອຸປະກອນ ທີ່ທັນສະໄໝ, ມີອາວຸດ ກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ.
ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງ ໃນການແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ໃນປີຜ່ານມາ ກະຊວງປ້ອງກັນຄວາມສະຫງົບ ໃນນາມເປັນ ເສນາທິການໃຫ້ສູນກາງພັກ, ລັດຖະບານ ກໍຄືການນຳພາ, ຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ 2024-2025 ຢ່າງຈິງຈັງ ຕະຫຼອດມາ; ມາຮອດເວລານີ້ ແມ່ນເປັນໄລຍະສືບຕໍ່ ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຮອດທ້າຍປີ 2025; ເຊິ່ງທຸກພາກສ່ວນ,ທຸກຂະແໜງການທີ່ກ່ຽວຂ້ອງ ໄດ້ສຸມໃສ່ 6 ວຽກຈຸດສຸມທີ່ກຳນົດໄວ້ ທັງໄດ້ຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າ; ໂດຍສະເພາະ ແມ່ນວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາສ້າງຈິດສຳນຶກ, ສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍຂອງຢາເສບຕິດ, ບັນດາກິດຈະກໍາປິ່ນອ້ອມ ທີ່ສະແດງເຖິງພິດໄພຜົນຮ້າຍ ຂອງສິ່ງເສບຕິດ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ; ພິເສດໃນປີ 2025 ນີ້ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດພວກເຮົາ ໄດ້ຈັດງານແຂ່ງຂັນ ເພງຮ້ອງ, ກ່ອນຂັບ-ລຳ ແລະ ລະຄອນສັ້ນ ທົ່ວປະເທດ ຄັ້ງທີ I ຂຶ້ນ; ພາຍໃຕ້ຫົວຂໍ້ ພິດໄພຜົນຮ້າຍຂອງຢາເສບຕິດ ເຊີ່ງມີຜົນງານເຂົ້າແຂ່ງຂັນຢ່າງຫຼວງຫຼາຍ; ຜົນການແຂ່ງຂັນນີ້ ກໍສະແດງໃຫ້ເຫັນວ່າການສ້າງຄວາມຮັບຮູ້ທົ່ວສັງຄົມ ໄດ້ເຮັດໃຫ້ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ຄວາມເປັນອັນຕະລາຍ ຂອງຢາເສບຕິດ; ພ້ອມກັນນີ້, ທົ່ວປວງຊົນລາວ ໄດ້ສ້າງຄວາມເຂັ້ມແຂງໃນຊຸມຊົນ ດ້ວຍການເຮັດໃຫ້ປະຊາຊົນ, ຊາວຄ້າຂາຍ, ກຳມະກອນ ແລະ ຊາວນາ ຕື່ນຕົວເຂົ້າຮ່ວມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເພີ່ມຂຶ້ນ ເປັນຕົ້ນ: ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ໃກ້ຊິດ, ແທດເຖິງຮາກຖານປະຊາຊົນ; ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງ ດ້ວຍຫຼາຍວິທີ ທີ່ເປັນລະບົບຕໍ່ເນື່ອງ; ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວ ຂອງປະຊາຊົນບັນດາເຜົ່າ ຢູ່ເຂດພູດອຍ, ຫ່າງໄກຊອກຫຼີກ, ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນ, ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດຜັກເປັນສິນຄ້າ ເພື່ອຈໍາໜ່າຍ ພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ; ສໍາລັບຜູ້ຖືກເຄາະຮ້າຍ ຈາກຢາເສບຕິດ ແມ່ນໄດ້ຮັບການບໍາບັດປິ່ນປົວ, ຟື້ນຟູ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ມີປະສິດທິພາບ ພໍສົມຄວນ; ໃນປັດຈຸບັນ ລັດຖະບານ ໄດ້ສ້າງສູນບຳບັດປິ່ນປົວ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຂຶ້ນ, ເປັນສູນຕົວແບບເພື່ອເປັນບ່ອນແລກປ່ຽນຂໍ້ມູນຂ່າວສານ ເຮັດໃຫ້ບັນດາສູນ ທີ່ຂຶ້ນກັບລັດ ໃນທົ່ວປະເທດ ມີຄວາມເຂັ້ມແຂງໃນການປິ່ນປົວ ຜູ້ຖືກເຄາະຮ້າຍເຫຼົ່ານັ້ນ ທັງເຮັດໃຫ້ເຂົາເຈົ້າໄດ້ກັບຄືນເປັນຄົນທີ່ມີຄຸນຄ່າໃນສັງຄົມ; ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ມອບໜາຍ ໃຫ້ທຸກພາກສ່ວນຮ່ວມກັນ ປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວ ໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ທ້ອງຖິ່ນຕ່າງໆ ໃຫ້ປອດຢາເສບຕິດ; ໄດ້ເອົາໃຈໃສ່ເພີ່ມຄວາມສໍາຄັນ ຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳຜິດ; ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໄດ້ເພີ່ມທະວີຄວາມເປັນເຈົ້າການ ສາມາດສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ ໄດ້ຫຼາຍກໍລະນີເປັນຕົ້ນ: ໄດ້ມ້າງຄະດີ, ຢືດຢາເສບຕິດ, ຢືດອາວຸດສືກ, ຢືດຊັບສີນວັດຖຸຂອງກາງ, ສານເຄມີຕ່າງໆ, ທີ່ພວກກຸ່ມຄົນບໍ່ດີ ແອັບແຝງນໍາຜ່ານປະເທດເຮົາ ແລະ ທີ່ສຳຄັນ ເຈົ້າໜ້າທີ່ສາມາດຈັບກຸມຜູ້ກະທຳຜິດມານຳເນີນຄະດີຕາມລະບຽບກົດໜາຍໃນແຕ່ລະຂັ້ນຕອນຖືກຕ້ອງ, ຍຸຕິທໍາ; ການຈັດຕັ້ງປະຕິບັດວຽກງານກອງທືນຄວບຄຸບສະກັ້ນກັດ ແລະ ຕ້ານຢາເສບຕິດສູນກາງ, ບັນດາແຂວງທົ່ວປະເທດ ກໍສາມາດເກັບກຳທ້ອນໂຮມ, ຊະສາງຊັບສິນໃນຄະດີຢາເສບຕິດ ທີ່ສານຕັດສິນຮິບເປັນຂອງລັດ ເຂົ້າງົບປະມານຮັບໃຊ້ ແກ້ໄຂວຽກງານວິຊາສະເພາະຂອງກໍາລັງຕໍາຫຼວດຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຈໍານວນໜຶ່ງ.
ພັກ, ລັດຖະບານ ຍັງໄດ້ເອົາໃຈໃສ່ ເພີ່ມທະວີການຮ່ວມມືກັບພາກພື້ນ ແລະ ສາກົນ; ໃນປີທີ່ຜ່ານມາ ລາວໄດ້ເຂົ້າຮ່ວມກອງປະຊຸມ ໃນລະດັບຕ່າງໆ ທີ່ກ່ຽວພັນເຖິງການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍຄື ສປປ ລາວ ໄດ້ເປັນພາຄີສົນທິສານຍາ ສອງຝ່າຍ, ສາມຝ່າຍ ແລະ ຫຼາຍຝ່າຍ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ເຊິ່ງສະແດງໃຫ້ເຫັນວ່າ ບັນດາປະເທດໃນພາກພື້ນ ກໍຄືໃນທົ່ວໂລກ ໄດ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ພ້ອມທີ່ຈະຮ່ວມກັນແກ້ໄຂໃຫ້ມີຜົນສໍາເລັດເປັນຮູບປະທຳໃນແຕ່ລະໄລຍະ.
– ປະຊາຊົນລາວ ບັນດາເຜົ່າ ທີ່ນັບຖື !.
ປັດຈຸບັນ, ການຄ້າຂາຍ, ຂົນສົ່ງ, ມີຢາເສບຕິດໄວ້ໃນຄອບຄອງ ໄດ້ກາຍເປັນຂະບວນການຂ້າມຊາດ; ເຖິງວ່າຫຼາຍປະເທດ ໄດ້ເພີ່ມທະວີມາດຕະການທາງກົດໝາຍ ທີ່ເດັດຂາດ, ມີຄວາມພະຍາຍາມ ໃນການສະກັດກັ້ນ ແລະ ແກ້ໄຂບັນຫານີ້ ຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ບັນຫາດັ່ງກ່າວ ຢູ່ພາກພື້ນ ກໍຄືຢູ່ໃນໂລກ ຍັງມີທ່າອ່ຽງຮຸນແຮງຂຶ້ນຢ່າງໜ້າເປັນຫ່ວງ; ສໍາລັບຢູ່ ສປປ ລາວ, ການເສບ, ການຄ້າຂາຍ, ຂົນສົ່ງຢາເສບຕິດ, ໂດຍສະເພາະ ແມ່ນພວກຄົນບໍ່ດີ ນໍາເອົາຜະລິດຕະພັນເຄື່ອງດື່ມທີ່ຖືກກົດໝາຍປະສົມສານເສບຕິດ, ນໍ້າກະທ້ອມ ແລະ ຢາສູບໄຟຟ້າ ໄດ້ລະບາດ, ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະບົດ, ເຂດຫ່າງໄກ; ປັດຈຸບັນ, ຢູ່ຫຼາຍທ້ອງຖິ່ນ ໄດ້ມີຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ກຳມະກອນ ຢູ່ຕາມໂຮງຈັກໂຮງງານ ຈຳນວນບໍ່ໜ້ອຍ ໄດ້ຕົກເປັນທາດຂອງສິ່ງເສບຕິດ; ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນໜຶ່ງ ໄດ້ພາກັນສ້າງຄວາມສັບສົນ-ວຸ້ນວາຍ, ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆ ພາຍໃນຄອບຄົວ ກໍຄືຢູ່ຊຸມຊົນ-ສັງຄົມ; ເກີດມີການຂີ້ລັກງັດແງະ, ປຸ້ນຈີ້, ຊີງຊັບ, ລັກພາຕົວ, ຄ້າມະນຸດ, ລະເມີດກົດຈະລາຈອນ ພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນ, ກໍ່ອາລະວາດຜິດຖຽງຕີກັນ ແລະອື່ນໆ.
ດັ່ງນັ້ນ, ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເພີ່ມຄວາມຮຸນແຮງຂຶ້ນນັ້ນ; ໃນຕໍ່ໜ້າ, ຂ້າພະເຈົ້າ ຮຽກຮ້ອງ ມາຍັງກະຊວງ, ອົງການ ແລະ ທ້ອງຖິ່ນທຸກໆຂັ້ນໃນທົ່ວປະເທດ ຈົ່ງໄດ້ໃຫ້ການຮ່ວມມື ແລະ ເອົາໃຈໃສ່ບາງບັນຫາດັ່ງນີ້:
ໜຶ່ງ: ໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ ຂອງທຸກພາກສ່ວນ, ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ; ພ້ອມທັງກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະສືບຕໍ່ ຮອດທ້າຍປີ 2025 ທັງຈັດຕັ້ງສະຫຼຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ສອງ: ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫຼາຍຮູບການ ເພື່ອສ້າງຈິດສຳນຶກ ໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ໄວໜຸ່ມ-ຊາວໜຸ່ມ, ເຍົາວະຊົນ ເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງສີ່ງເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍ ກ່ຽວກັບຢາເສບຕິດ; ປຸກລະດົມຂົນຂວາຍ ໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼາຍຂຶ້ນໃນທຸກພາກ ສ່ວນຂອງສັງຄົມ.
ສາມ: ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູ ຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນ ປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ຜູ້ທີ່ໄດ້ຮັບການປິ່ນປົວ ມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄອບຄົວ ແລະ ສັງຄົມ ຢ່າງມີຄຸນນະພາບ.
ສີ່: ສຸມໃສ່ການປະຕິບັດມາດຕາການທາງກົດໝາຍ ທີ່ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ບຸກຄະລາກອນ, ຂະແໜງການທີ່ກ່ຽວຂ້ອງ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ, ຮັບປະກັນ ໃຫ້ການແກ້ໄຂບັນຫາຢາເສບຕິດ ໄດ້ຮັບການຈັດຕັ້ງປະຕິ ບັດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້.
ຫ້າ: ສືບຕໍ່ປັບປຸງກົງຈັກສະພາບໍລິຫານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນທົ່ວປະເທດໃຫ້ສຳເລັດ, ມີຄວາມເປັນເອກະພາບ, ສາມາດສະໜອງງົບປະມານຮັບໃຊ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ.
ຫົກ: ເອົາໃຈໃສ່ ຕິດຕາມກວດກາ ແລະ ສຶກສາອົບຮົມ ປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ; ຊຸກຍູ້ສົ່ງເສີມ, ຊ່ວຍເຫຼືອ ໃຫ້ເຂົາເຈົ້າ ໄດ້ມີເງື່ອນໄຂ ຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ ຜິດກົດໝາຍ, ພ້ອມທັງໃຫ້ດໍາເນີນມາດຕະການດ້ານກົດໝາຍຢ່າງເດັດຂາດ, ຕໍ່ຜູ້ກະທໍາຜິດ.
ເຈັດ: ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນ, ການປະກອບສ່ວນເຂົ້າໃນ ການປູກພືດທົດແທນ ແລະ ການສະໜອງຂໍ້ມູນທີ່ ຈໍາເປັນລວມທັງປະສານງານ ໃນການຕ້ານການລັກລອບຄ້າຂາຍ, ລຳລຽງຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕົ້ນ ຕາມບໍລິເວນຊາຍແດນ.
ນະໂອກາດ ວັນແຫ່ງຊາດຕ້ານຢາເສບຕິດປີນີ້, ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ກໍຄື ຄະນະກໍາມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ; ຂ້າພະເຈົ້າ, ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງຂຸ້ນຂ້ຽວ ແລະ ຕັ້ງໜ້າ; ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ທາງດ້ານທຶນຮອນ, ວັດຖຸອຸປະ ກອນ ຮັບໃຊ້ໃຫ້ແກ່ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ ສປປ ລາວ ດ້ວຍດີຕະ ຫຼອດມາ ແລະ ຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວ ໃນຕໍ່ໜ້າ.

