ເປີດປ້າຍຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫລີ ຢ່າງເປັນທາງການ

ວັນທີ 9 ຕຸລາ 2025 ນີ້, ທີ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ສະມາຄົມມິດຕະພາບລາວ – ສປປ ເກົາຫລີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫລີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ໄດ້ຈັດພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫລີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ (10/10/1945-10/10/2025) ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ປະທານສະມາຄົມມິດຕະພາບລາວ – ສປປ ເກົາຫລີ, ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ລີ ຢົງ ຊົນ ໄດ້ປາຖະກະຖາເຖິງຜົນງານ ແລະ ມູນເຊື້ອແຫ່ງການກໍ່ສ້າງພັກແຮງງານເກົາຫລີ ອັນມີສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ປະທານປະເທດຕະຫລອດການ ແຫ່ງ ສປປ ເກົາຫລີ ແລະ ຜູ້ນໍາພາແສງສະຫວ່າງແນວຄິດຈຸດເຊ ເປັນແກນນໍາໃນພາລະກິດປະຕິ ວັດຂອງພັກ, ກຳລັງປະກອບອາວຸດເປັນແກນນໍາ ແລະ ໄດ້ນໍາພາປະຊາຊົນ ສປປ ເກົາຫລີ ເຂົ້າໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫລີ ແລະ ສະຫາຍ ກິມ ເຈີງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ເລຂາທິການໃຫຍ່ພັກແຮງງານ ເກົາຫລີ ຕະຫລອດການ ປະທານຄະນະກຳມະທິການປ້ອງກັນຊາດແຫ່ງ ສປປ ເກົາຫລີ ຕະຫລອດການ ເປັນຜູ້ສືບຕໍ່ນໍາພາ ພາລະກິດດັ່ງກ່າວ. ພ້ອມດຽວກັນນີ້ ທ່ານເອກອັກຄະລັດຖະທູດ ກໍຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫລີ ໃນໄລຍະຜ່ານມາ.

ໃນພິທີ, ໄດ້ປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ-ສປປ ເກົາຫລີ ຢ່າງເປັນທາງການ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນ ໂດຍຊີ້ໃຫ້ເຫັນເຖິງ ປະຫວັດຄວາມເປັນມາ, ການພັດທະນາໃນແຕ່ລະໄລຍະ ແລະ ຄວາມສໍາຄັນຂອງໂຮງຮຽນມິດຕະພາບລາວ – ສປປ ເກົາຫຼີ ຊຶ່ງໂຮງຮຽນດັ່ງກ່າວ ແມ່ນເປັນສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງ ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ສປປ ເກົາຫຼີ-ລາວ ກໍຄືສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ທີ່ໄດ້ສ້າງຕັ້ງຂຶ້ນບົນພື້ນຖານໄມຕີຈິດມິດຕະພາບ ແລະ ການຮ່ວມມື ເພື່ອປະຕິບັດພາລະກິດສັງຄົມນິຍົມ ແລະ ເຊື່ອໝັ້ນວ່າໂຮງຮຽນແຫ່ງນີ້ ຈະໄດ້ຮັບການປັນປຸງໃຫ້ເປັນໂຮງຮຽນທີ່ທັນສະໄໝຢ່າງຮອບດ້ານໃນອະນາຄົດ.

ທີ່ມາ: ໜັງສືພິມປະຊາຊົນ