ສະພາປະຊາຊົນແຂວງ ເຊກອງ ຮັບແຕ່ງຕັ້ງທ່ານ ຂັນຕີ ສີລະວົງສາ ເປັນປະທານ ຄະນະກໍາມະການປົກຄອງແຂວງ

ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ IV ຈັດຂຶ້ນໃນວັນທີ 8 ຕຸລາ 2025 ໂດຍການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາການນໍາ-ອະດີດການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂົ້າຮ່ວມ.

ກອງປະຊຸມ, ບັນດາ ສສຂ ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການປົກຄອງແຂວງ (ຫົວໜ້າພະແນກການ) ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຄື:
ຮັບຮອງເອົາການແຕ່ງຕັ້ງ

ທ່ານ ຂັນຕີ ສີລະວົງສາ ເປັນປະທານ ຄະນະກໍາມະການປົກຄອງແຂວງ;

ທ່ານ ນາງ ສີສະຫງ່າ ແກ້ວດວງດີ

ທ່ານ ບຸນທະວີ ນະຄອນສິດ ເປັນຮອງປະທານ ຄະນະກໍາມະການປົກຄອງແຂວງ;

ຮັບຮອງເອົາການແຕ່ງຕັ້ງ

ທ່ານ ສົມເພັດ ເອີດລັດດາ ເປັນຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ

ທ່ານ ນາງ ວິໄລວັນ ດາລາສິນ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ

ທ່ານ ຄໍາໄພ ສິມມາວັດ ເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ;

ທ່ານ ແກດ ດາລາແພງ ເປັນຫົວໜ້າພະແນກຍຸຕິທຳແຂວງ;

ທ່ານ ຄໍາຮູ້ ອ່ອນມະນີ ເປັນຫົວໜ້າພະແນກການເງິນແຂວງ;

ທ່ານ ຄໍາແສນ ພະສະແຫວງ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ;

ທ່ານ ຈັນໄທ ຄໍາມະນີວົງ ເປັນຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ;

ທ່ານ ນາງ ເພັດດາວອນ ວາດສະຫງ່າ ເປັນຫົວໜ້າຫ້ອງວ່າການແຂວງ;

ທ່ານ ດຣ ນາງ ລຳພັນ ໄຊຄຳມີ ເປັນຫົວໜ້າພະແນກສາທາລະນະສຸກແຂວງ;

ທ່ານ ພົດສະໜາ ນິນທະນົນ ເປັນຫົວໜ້າພະແນກການຕ່າງປະເທດແຂວງ;

ທ່ານ ສຸກດາວັນ ເລຫວຽດມ່ວງ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ;

ທ່ານ ແກ້ວປະເສີດ ແກ້ວມະນີວົງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງທ່ານ ຄໍາເພັດ ສອນຈະເລີນ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນດາກຕະອອກ.

ພ້ອມນີ້, ຍັງໄດ້ຮັບຮອງເອົາການແຕ່ງຕັ້ງທ່ານ ສາກົນ ພອນປະເສີດ ເປັນປະທານອົງການກວດກາລັດແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງທ່ານ ບຸນທັນ ຈູມຈັນທະວົງ ເປັນຫົວໜ້າອົງການໄອຍະການແຂວງ.

ທ່ານ ດົງເພັດ ພະຍົນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ແລະ ບັນດາ ສສຂ ໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນ ຂອງແຂວງ ໂດຍສະເພາະ ການຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການປົກຄອງແຂວງ (ຫົວໜ້າພະແນກການ) ເຊິ່ງບັນດາທ່ານທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ລ້ວນແຕ່ຖືກຕ້ອງຕາມຂັ້ນຕອນ ຂອງລັດຖະທໍາມະນູນ ແລະ ກົດໝາຍ, ຮັບປະກັນມາດຖານເງື່ອນໄຂ ແລະ ມີຄວາມເຊື່ອໝັ້ນວ່າ ບັນດາການນໍາຂອງແຂວງ ທີ່ໄດ້ຮັບການເລືອກຕັ້ງ, ແຕ່ງຕັ້ງໃນກອງປະຊຸມໃນຄັ້ງນີ້ ຈະອຸທິດເຮື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບການເມືອງ ຂອງຕົນເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ ເພື່ອພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.