ປກສ ເມືອງໂພນໂຮງ ມອບລົດຈັກຄືນເຈົ້າຂອງເດີມ
ວັນທີ 3 ຕຸລາ 2025 ເຈົ້າໜ້າທີ່ຕໍາຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມອບລົດຈັກ ຈໍານວນ 1 ຄັນທີ່ຖືກຄົນຮ້າຍລັກໄປຄືນເຈົ້າຂອງເດີມ ມອບໂດຍ ພັທ ວິໄລທອງ ຫຼວງອາໄພ.
ພັທ ວິໄລທອງ ຫຼວງອາໄພ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງຊັບ, ປະຊາຊົນບັນດາເຜົ່າ ແລະ ທຸກໆພາກສ່ວນ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິງຂອງທີ່ມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງພວກທ່ານ ແລະ ຊ່ວຍໃຫ້ການຮ່ວມມືເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ເມື່ອມີຄົນມາຂາຍລົດຈັກທີ່ບໍ່ມີເອກະສານຄົບຖ້ວນ ຫຼື ລາຄາລົດຈັກຖືກກວ່າຄວາມເປັນຈິງແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຕໍາຫຼວດ ແລະ ພາກສ່ວນທີ່ກ້ຽວຂ້ອງໂດຍໄວ ແລະ ສໍາຄັນທີ່ສຸດບໍ່ຄວນຊື້ຢ່າງເດັດຂາດ ຖ້າວ່າທ່ານໃດຊື້ແມ່ນຈະຖືກໂທດຕາມລະບຽບກົດໜາຍຂອງບ້ານເມືອງ.

