ລາວ-ເບລາຣຸສ ລົງນາມບົດບັນທຶກການຮ່ວມມືທາງດ້ານເຕັກນິກການທະຫານ
ວັນທີ 9 ຕຸລາ 2025 ນີ້ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄະນະກໍາມະການຮ່ວມມືດ້ານເຕັກນິກການທະຫານ ລາວ-ເບລາຣຸສ ຄັ້ງທີ 8, ລົງນາມບົດບັນທຶກການຮ່ວມມືທາງດ້ານເຕັກນິກການທະຫານໃນຕໍ່ໜ້າ
ຝ່າຍລາວ ນໍາໂດຍ ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືດ້ານເຕັກນິກການທະຫານ ລາວ-ເບລາຣຸສ ພ້ອມດ້ວຍຄະນະ, ຝ່າຍເບລາຣຸສ ນຳໂດຍ ທ່ານ ພົນຈັດຕະວາ ໂອເລັກ ກຣີໂກຣີເຢັບວິດ ມີເຊັນໂກ ຮອງປະທານກຳມາທິການອຸດສາຫະກຳປ້ອງກັນຊາດ ແຫ່ງ ສ ເບລາຣຸສ, ປະທານຄະນະກຳມະການຮ່ວມມືດ້ານເຕັກນິກການທະຫານ ເບລາຣຸສ-ລາວ ພ້ອມດ້ວຍຄະນະ.
ສອງຝ່າຍໄດ້ມີການແລກປ່ຽນທັດສະນະຕ່າງໆ ທີ່ກ່ຽວຂ້ອງກັບຂົງເຂດວຽກງານການຮ່ວມມືທາງດ້ານເຕັກນິກການທະຫານ. ຜົນສຳເລັດໃນການຢ້ຽມຢາມ, ພົບປະແລກປ່ຽນ ແລະ ເຮັດວຽກຮ່ວມກັນ ຢູ່ ສ ເບລາຣຸສ ໃນລະຫວ່າງວັນທີ 17-22 ສິງຫາ 2024 ຜ່ານມາ ກ່ຽວກັບການສະເໜີ ຂອງຝ່າຍ ເບລາຣຸສ ເປັນຕົ້ນແມ່ນ ໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາທີ່ໄດ້ລະບຸຮ່ວມກັນ ໂດຍສະເພາະສັນຍາ ສະບັບເລກທີ L-19, ລົງວັນທີ 19 ທັນວາ 2012 ແລະ ການສະເໜີໃນການສະໜອງອຸປະກອນດ້ານເຕັກນິກການທະຫານ ບົນພື້ນຖານຕາມເນື້ອໃນທີ່ເອກະພາບຮ່ວມກັນ ທັງສອງຝ່າຍ ແລະ ຈະສືບຕໍ່ການຮ່ວມມືດ້ານເຕັກນິກການທະຫານ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບ ເບລາຣຸສ ໃຫ້ເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ.

