ລູກທໍລະພີ ໃຊ້ໄມ້ຄ້ອນຕີພໍ່ແມ່ຈົນເສຍຊີວິດ ຍ້ອນຂໍເງິນແມ່ໄປຊື້ຢາບ້າ ບໍ່ໄດ້

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ລາຍງານວ່າ: ເວລາ 4 ໂມງ ວັນທີ 3 ຕຸລາ 2025 43 ຜ່ານມາ ເກີດເຫດການຄາຕະກຳ ຢູ່ເຂດບ້ານຊອກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຜູ້ທີ່ເສຍຊີວິດ ຊື່ ນາງ ກົງ ອາຍຸ 60 ປີ ອາຊີບເຮັດນາ ຢູ່ ສະພາບສົບແມ່ນນອນຫງາຍໜ້າຢູ່ບໍລິເວນໜ້າເຮືອນຂອງ ນາງ ແພງ (ຄົນບ້ານດຽວກັນ) ໂດຍມີຮ່ອງຮອຍຖືກກະທົບຈາກວັດຖຸຂອງແຂງ ຢູ່ບໍລິເວນຫົວ, ໃບໜ້າ ແລະ ມີຜູ້ໄດ້ຮັບບາດເຈັບສາຫັດ ຊື່ ທ້າວ ໂສມ ອາຍຸປະມານ 65 ປີ ປະຊາຊົນບ້ານຊອກ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທັງສອງເປັນຜົວເມຍກັນ, ຢູ່ໃນຈຸດດັ່ງກ່າວແມ່ນພົບເຫັນ ໄມ້ຄ້ອນ (ດົ້ນຟືນ) 1 ອັນ, ຄວາມຍາວ 55 ຊັງຕີແມັດ,ຄວາມກວ້າງ 4 ຊັງຕີແມັດ.

ຜ່ານການເກັບກຳຂໍ້ມູນພົບວ່າ: ຜູ້ລົງມື ກໍ່ເຫດຊື່ ທ້າວລຳເຊ ຫຼື ກີ້ (ລູກຊາຍຂອງທັງສອງ) ອາຍຸ 35 ປີ ແລະ ສາມາດກັກຕົວ ມາສືບສວນ-ສອບສວນ.

ຜູ້ກ່ຽວຮັບສາລະພາບວ່າ : ຕົນເອງໄດ້ໃຊ້ໄມ້ຄ້ອນ ( ດົ້ນຟືນ ) ຟາດໃສ່ບໍລິເວນຫົວ ແລະ ໃບໜ້າ ຜູ້ເປັນແມ່ ຫຼາຍຄັ້ງຈົນ ເສຍຊີວິດຄາທີ່, ສ່ວນ ທ້າວ ໂສມ ແມ່ນໄດ້ຮັບບາດເຈັບສາຫັດ ແລ້ວຖືກນໍາຕົວສົ່ງໂຮງໝໍແຂວງສະຫວັນນະເຂດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.

ສ່ວນສາເຫດ ແລະ ແຮງຈູງໃຈໃນການລົງມືຄາດຕະກໍາຄັ້ງນີ້ແມ່ນ ຍ້ອນຜູ້ກ່ຽວຢາກໄດ້ເງິນໄປຊື້ຢາເສບຕິດ(ຢາບ້າ)ມາເສບ, ຈິ່ງໄດ້ຂໍເງິນນໍາ ແມ່ ແຕ່ແມ່ ບໍ່ໃຫ້, ຜູ້ກ່ຽວຈິ່ງລົງມືຄາດຕະກຳແມ່ ແລະ ພໍ່.