ເຫດການຄາຕະກຳ ຢູ່ເສັ້ນທາງໄປເມືອງຫລາ ແຂວງອຸດົມໄຊ ຍ້ອນເລື່ອງຊູ້ສາວ

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ລາຍງານວ່າ: ວັນທີ 24 ກັນຍາ 2025 ເຈົ້າໜ້າທີ່ພະແນກນິຕິວິທະຍາ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງເຫດມີຄົນເສຍຊີວິດຢູ່ເດີ່ນດິນເປົ່າວ່າງ ຫລັກ 7 ເສັ້ນທາງໄປເມືອງຫລາ ແຂວງອຸດົມໄຊ 2 ສົບ ຄື:
ເພດຍິງ ຊື່ ນາງ ຍີມ ອາຍຸ 32 ປີ ປະຊາຊົນບ້ານໄຊມຸງຄຸນ ເມືອງຮູນ ແຂວງອຸດົມໄຊ ມີຮ່ອງຮອຍຊໍ້າຢູ່ບໍລິເວນຄໍ 2 ຈຸດ ແລະ ຮອຍຊໍ້າຢູ່ບໍລິເວນແຂນເບື້ອງຊ້າຍ 2 ຈຸດ, ມີຮ່ອງຮອຍຖະເຫລີກຢູ່ບໍລິເວນຂ້າງເບື້ອງຂວາ ແລະ ບໍລິເວນຂາເບື້ອງຂວາຫຼາຍຈຸດ.
ເພດຊາຍ ຊື່ ທ້າວ ລຸນ ອາຍຸ 36 ປີ ປະຊາຊົນ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ເຊືອກແຂວນຄໍຕິດກັບຫງ່າໄມ້ ເຊິ່ງໃກ້ບໍລິເວນສະຖານທີ່ເກີດເຫດຍັງໄດ້ພົບເຫັນວັດຖຸຫລາຍລາຍການ ແລະ ລົດຮຸນໄດສີຂາວ ບໍມີປ້າຍທະບຽນ 1 ຄັນ.
ຜ່ານການເກັບກຳຂໍ້ມູນນຳ ນາງ ໄກ່ ຜູ້ເປັນເມຍຂອງ ທ້າວ ລຸນ ( ຜູ້ເສຍຊີວິດ ) ໄດ້ໃຫ້ການວ່າ: ຜູ້ກ່ຽວກັບ ທ້າວ ລຸນ ໄດ້ສ້າງຄອບຄົວນໍາກັນແຕ່ປີ 2017 ມາຮອດວັນທີ 18 ກັນຍາ 2025 ຜົວຂອງຜູ້ກ່ຽວໄດ້ບອກວ່າຈະໄປ ເຮັດວຽກຢູ່ເມືອງຮຸນ ແຕ່ບໍ່ຮູ້ວ່າຜົວໄປເຮັດວຽກຫຍັງຢູ່ໃສ.
ວັນທີ 22 ກັນຍາ 2025 ຜົວໄດ້ກັບມາເຮືອນ ແຕ່ບໍ່ນອນຢູ່ເຮືອນ ເວລາປະມານ 9 ໂມງ ວັນທີ 23 ກັນຍາ 2025 ຜົວໄດ້ພາຕົນເອົາເຂົ້າກັບຂອງກິນໄປໃຫ້ຜູ້ສາວ ຢູ່ບ້ານພັກບໍ່ຮູ້ຊື່ (ຢູ່ທາງຫລັງໂຮງຮຽນ ມສ ເມືອງໄຊ ) ແລ້ວຜູ້ສາວຄົນດັ່ງກ່າວໄດ້ຖາມຜູ້ກ່ຽວວ່າ: ເຈົ້າແມ່ນໃຜ? ຜູ້ກ່ຽວຕອບວ່າ: ຂ້ອຍແມ່ນເມຍຂອງ ທ້າວ ລຸນ ແລ້ວຜູ້ສາວຄົນດັ່ງກ່າວເວົ້າວ່າ: ຂ້ອຍບໍ່ຮູ້ວ່າລາວມີເມຍ ຖ້າລາວມີເມຍ ຂ້ອຍບໍ່ຄົບບໍ່ລົມລາວ, ເວລາປະມານ 17 ໂມງ ວັນທີ 23 ກັນຍາ 2025 ຕົນເອງກັບຜົວ ແລະ ຜູ້ສາວ ( ນາງ ຍິມ ) ຈຶ່ງພາກັນໄປດາວລົດຮຸນໄດ້ສີຂາວ ຢູ່ຮ້ານຂາຍລົດຢູ່ບ້ານນາສ້າວ ສ່ວນລົດຄັນດັ່ງກ່າວແມ່ນລົດຂອງຜູ້ສາວ ຜົວບໍ່ໄດ້ອອກເງິນຈັກກີບ ຫລັງຈາກເອົາລົດອອກຈາກຮ້ານແລ້ວ ຈຶ່ງພາກັນກັບໄປເຮືອນຢູ່ບ້ານບໍ່ ພາຍຫລັງມາຮອດເຮືອນພວກຕົນ ຈຶ່ງພາກັນກິນເຂົ້າ ແຕ່ຜູ້ຍິງຄົນດັ່ງກ່າວກໍບໍ່ຍອມກິນນໍາ ແລ້ວຜູ້ຍິງຄົນດັ່ງກ່າວຈຶ່ງໄດ້ຢ່າງໄປຫາພີ່ນ້ອງຜົວຢູ່ພາຍໃນບ້ານ, ເວລາປະມານ 23:00ໂມງ ຜົວໄດ້ເວົ້າວ່າ: ຈະໄປສົ່ງຜູ້ສາວຢູ່ເມືອງຮຸນ ແລ້ວຜົວກັບຜູ້ສາວຈຶ່ງໄດ້ຂີ່ລົດຮຸນໄດອອກຈາກເຮືອນໄປ ຕົນບໍ່ຮູ້ວ່າ ພວກກ່ຽວອອກໄປທາງໃດ ພາຍຫລັງຜົວອອກໄປຕົນຈຶ່ງເຂົ້ານອນ ບໍ່ໄດ້ອອກໄປທາງໃດ.
ມື້ຕໍ່ມາເວລາປະມານ 6 ໂມງເຊົ້າ ວັນທີ 24 ກັນຍາ 2025 ຕົນເອງ ຈຶ່ງເປີດໂທລະສັບເບິ່ງ ແລ້ວເຫັນວ່າຜົວແຊັດມາບອກວ່າ: ຜູ້ກ່ຽວກັບຜູ້ສາວຈະບໍ່ຢູ່ແລ້ວ ໃຫ້ຕົນມາເບິ່ງຢູ່ບ່ອນເຂົາເຈົ້າຈົກດິນເປັນເດີ່ນເປົ່າວ່າງເທິງປ່າຊ້າຫລັກ 6 ທາງໄປເມືອງຫລາ ຈາກນັ້ນຕົນຈຶ່ງພາ ນາງ ສົມ ( ເມຍຂອງນ້ອງຜົວ ) ໄປເບິ່ງບ່ອນທີ່ຜົວແຊັດມາບອກ ເມື່ອໄປຮອດກໍພົບເຫັນລົດຮຸນໄດຈອດຢູ່ຮ່ອງລະບາຍນໍ້າແຄມທາງ ຈິ່ງພາກັນຍ່າງເຂົ້າໄປເບິ່ງຢູ່ໃນເດີ່ນດັ່ງກ່າວ ພົບເຫັນຜູ້ຍິງຄົນນັ້ນກັບຜົວເສຍຊີວິດ ຈາກນັ້ນຈຶ່ງໄດ້ ແຈ້ງໃຫ້ເຈົ້າໜ້າທີ່ມາກວດກາ.
ຜ່ານການຊົນນະສູດສະຖານທີ່ເກີດ, ຊາກສົບ ແລະ ເກັບກຳຂໍ້ມູນຕົວຈິງ ເຈົ້າໜ້າທີ່ພະແນກນິຕິວິທະຍາ ຫ້ອງຕຳຫລວດ ກອງບັນຊາການ ປກສ ແຂວງອຸດົມໄຊ ຢັ້ງຢືນວ່າ: ນາງຍີ້ມ ເສຍຊີວິດໂດຍການຖືກ ທ້າວລຸນ ເປັນຜູ້ຄາດຕະກຳ ເນື່ອງຈາກພົບເຫັນຮອງຮອຍຊ້ຳຢູ່ບໍລິເວນຄໍ, ຮອຍຊໍ້າຢູ່ແຂນເບື້ອງຊ້າຍ, ຮອຍບາດແຜທະເຫລີກຢູ່ສະໂພກ ແລະ ຂາຫລາຍຈຸດ (ອາດມີການຕໍ່ສູ້ ຫລື ຂັດຂືນເວລາຖືກບີບຄໍ). ຫລັງຈາກ ທ້າວ ລຸນ ກໍໄດ້ໃຊ້ເຊືອກໄປມັດໃສ່ກົກໄມ້ ແລ້ວນໍາມາແຂວນຄໍຕົນເອງເສຍຊີວິດໃນເວລາຕໍ່ມາ.
ກ່ອນຈະຂ້າຕົວເອງຕາຍ ຜູ້ກ່ຽວຍັງໄດ້ສົ່ງຂໍ້ຄວາມສຽງຫາ ນາງ ໄກ່ ຜູ້ເປັນເມຍ ແລະ ໄດ້ສັ່ງລາເມຍເວລາ 03:00 ນາທີ ຂອງວັນທີ 24 ກັນຍາ 2025 ແລະ ຜ່ານການກວດກາຕົນຕົວ ຂອງທ້າວ ລຸນ ແມ່ນບໍ່ມີຮອຍບາດແຜຈາກການທຳຮ້າຍຮ່າງກາຍແຕ່ຢ່າງໃດ.
ທີ່ມາ: ໜັງສືພິມຄວາມສະຫງົບ

