ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ລົງຕິດຕາມສະພາບນ້ຳຖ້ວມ ຢູ່ເມືອງໄຊທານີ ແລະ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ

ວັນທີ 5 ຕຸລາ 2025, ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ການນຳເມືອງໄຊທານີ, ເມືອງນາຊາຍທອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມສະພາບນ້ຳຖ້ວມ ຢູ່ທີ່ເຂດປະຕູນ້ຳ ບ້ານທ່າສະຫວ່າງ ບໍລິເວນຂົວນ້ຳເຄັມ.

ໂອກາດນີ້ ການນຳເມືອງໄຊທານີ ໄດ້ລາຍງານວ່າ: ໃນວັນທີ 4 ຕຸລາ 2025 ລະດັບນໍ້າງື່ມຢູ່ລະດັບ 11:34 ແມັດ ເຊິ່ງຖ້າທຽບໃສ່ລະດັບເຕືອນໄພແມ່ນ 12 ແມັດ ແລະ ລະດັບອັນຕະລາຍ 13 ແມັດ ເຫັນວ່າລະດັບນໍ້າງື່ມແມ່ນມີທ່າອ່ຽງເພີ່ມຂື້ນຢ່າງຕໍ່ເນື່ອງ, ເຮັດໃຫ້ນ້ຳໄຫລຜ່ານເຂົ້າປະຕູນ້ຳ, ຫ້ວຍທຳມະຊາດ, ໄຫຼເຂົ້າຖ້ວມເຮືອນຊານ, ຮົ້ວສວນ ແລະ ພື້ນທີ່ການຜະລິດຂອງປະຊາຊົນຫຼາຍບ້ານ, ເປັນ ຕົ້ນ: ກຸ່ມບ້ານເວີນຄຳ, ກຸ່ມທ່າງ່ອນ, ກຸ່ມດົງ ແລະ ກຸ່ມຫ້ວຍຈຽມ.

ສໍາລັບເຮືອນປະຊາຊົນທີ່ໄດ້ຮັບຜົນກະທົບນໍ້າຖ້ວມ ທັງໝົດ ມີ 12 ບ້ານ, ມີ 252 ຄອບຄົວ, ມີພື້ນທີ່ການຜະລິດຖືກຖ້ວມປະກອບມີ ເນື້ອທີ່ການຜະລິດເຂົ້າ 87,6 ເຮັກຕາ ຈໍານວນ 49 ຄອບຄົວ, ສວນມັນຕົ້ນ 4,5 ເຮັກຕາ ຈໍານວນ 7 ຄອບຄົວ, ພືດຜັກ 1 ເຮັກຕາ, ໄມ້ໃຫ້ໝາກ 3,2 ເຮັກຕາ ຈໍານວນ 2 ຄອບຄົວ, ສວນໝາກພ້າວ 4 ເຮັກຕາ ຈໍານວນ 4 ຄອບຄົວ, ໜອງປາ 27 ໜອງ ເນື້ອທີ່ 2,4 ເຮັກຕາ ຈຳນວນ 11 ຄອບຄົວ.

ສ່ວນການນຳ ເມືອງນາຊາຍທອງ ລາຍງານວ່າ: ໃນວັນທີ 24 ກັນຍາ ຫາ 3 ຕຸລາ 2025 ໄດ້ມີຝົນຕົກໜັກ ຢູ່ພື້ນທີ່ ເມືອງນາຊາຍທອງ ຈຶ່ງເຮັດໃຫ້ນໍ້າຫຸມ, ນໍ້າຊວງ ສົມທົບກັບມວນນໍ້າ ສາຍນ້ຳຕ່າງໆ ທີ່ໄຫລມາຈາກພູພະນັງ, ອ່າງເກັບນໍ້າວັງຍື່ງຂຶ້ນ ບວກກັບມີການລະບາຍນໍ້າຈາກເຂື່ອນຕ່າງໆ ທີ່ປ່ອຍນໍ້າລົງມາ ເຮັດໃຫ້ລະດັບນໍ້າງື່ມຂຶ້ນສູງ, ຍູ້ດັນມວນນໍ້າທີ່ໄຫລລົງສູ່ນໍ້າງື່ມ ເຮັດໃຫ້ນໍ້າໄຫລຊ້າ ຈຶ່ງເປັນສາຍເຫດເຮັດໃຫ້ມີສະພາບນໍ້າຖ້ວມ ທີ່ຢູ່ອາໄສ ແລະ ເນື້ອທີ່ທໍາການຜະລິດ, ໜອງປາປະຊາຊົນທີ່ຢູ່ພື້ນທີ່ຕໍ່າ ເຊິ່ງມີ 6 ບ້ານທີ່ຖືກເສຍຫາຍ, ນາເຂົ້າຖືກຜົນກະທົບລວມ 240 ເຮັກຕາ, ສວນສາລີຫວານ 38 ໄລ່, ສາລີອາຫານສັດ 30 ໄລ່, ສວນໝາກເພັດ 57 ໄລ່, ສວນໝາກຮຸ່ງ 19 ໄລ່ ແລະ ສວນໝາກແຕງ 7 ໄລ່.

ທ່ານລັດຖະມົນຕີ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ແລະ ການນຳຂອງທັງສອງເມືອງ ໃຫ້ເລັ່ງເກັບກຳຂໍ້ມູນ ສະພາບນ້ຳຖ້ວມໃຫ້ລະອຽດຂຶ້ນຕື່ມ ໂດຍສະເພາະໃນຈຸດທີ່ແກ້ໄຂໄດ້ກ່ອນ ເພື່ອຮັບປະກັນໃຫ້ສົ່ງຜົນກະທົບໜ້ອຍທີ່ສຸດ ຕໍ່ການດຳລົງຊີວິດຂອງປະຊາຊົນໃນເຂດເມືອງຂອງຕົນ.

ການລົງຕິດຕາມກວດກາໃນຄັ້ງນີ້, ເຫັນວ່າມີຫຼາຍຈຸດ ຍັງພົບກັບບັນຫານ້ຳຖ້ວມຂັງຢູ່, ທ່ານລັດຖະ ມົນຕີ ໄດ້ຊີ້ນຳໃນການແກ້ໄຂໂດຍໃຫ້ປະສານກັບກົມວິຊາການຂອງກະຊວງ, ໃນການສະໜອງແນວພັນເຂົ້າ, ແນວພັນພືດ, ແນວພັນສັດນ້ຳ ພ້ອມດ້ວຍປະສານກັບ ໜ່ວຍງານໄພພິພັດຂັ້ນສູນກາງ ຊ່ວຍເລັ່ງແກ້ໄຂສິ່ງທີ່ຈໍາເປັນ ຮີບດ່ວນໃຫ້ປະຊາຊົນໃນເຂດສອງເມືອງດັ່ງກ່າວ ໃຫ້ທັນສະພາບການ.

ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ