ເຕືອນ 5 ແຂວງເຝົ້້າລະວັງພາຍຸ ແມດໂມ ວັນທີ 6-7 ຕຸລາ 2025
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ແມດໂມ (Matmo) ໃນລະຫວ່າງວັນທີ 06 – 07 ຕຸລາ 2025 ສະບັບທີ 4 ວ່າ: ໃນເວລາ 07 ໂມງ 00 ຂອງວັນທີ 06 ຕຸລາ 2025 ພາຍຸໝູນເຂດ ຮ້ອນ ແມດໂມ (Matmo) ຫົວທີ 21 ປະຈໍາປີ 2025 ມີຈຸດສູນ ກາງຢູ່ເສັ້ນຂະໜານທີ່ 21.9 ອົງສາເໜືອ ແລະ ເສັ້ນແວງທີ່ 107.3 ອົງສາຕາເວັນອອກ ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຼ ຊັນປົກຄຸມຢູ່ພາກເໜືອຂອງ ສສ ຫວຽດນາມ ແລະ ຈະອ່ອນ ກໍາລັງລົງຕາມລໍາດັບກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ.
ສໍາລັບ ສປປ ລາວ ອາດຈະໄດ້ຮັບຜົນກະທົບທາງອ້ອມຕໍ່ພາຍຸຫົວ ນີ້ ເນື່ອງຈາກວ່າ ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກໍາລັງແຮງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ເກີດມີ ຝົນຕົກ, ຟ້າຮ້ອງ-ຟ້າເຫຼື້ອມ ໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຫົວພັນ, ຜົ້ງສາລີ, ຫຼວງນໍ້າທາ, ໄຊສົມບູນ ແລະ ບໍລິຄຳໄຊ ໃນໄລຍະວັນທີ 06 ຫາ 07 ຕຸລາ 2025.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດ ໃຫ້ເກີດມີດິນເຈື່ອນ, ນໍ້າປ່າໄຫຼຊຸແຮງ, ນໍ້າຖ້ວມຍິ່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

