ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ

ວັນທີ 3 ຕຸລາ 2025 ທີ່ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງ ຕັ້ງຕ່າງປະເທດ ຈໍານວນ 6 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:

1. ທ່ານ ເຄັນທ ວາຊ່ອງ (Kent Vachon) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງການາດາ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ;

2. ທ່ານຮານສ-ອູຣິກ ຊູດເບກ (Hans-UlrichSüdbeck) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ;

3. ທ່ານນາງ ເບ່ເນ່ດິກ ເດ່ຊັອງ (Bénédicte DESCHAMPS) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດຝຣັ່ງ ປະຈໍາ ສປປ ລາວ ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ;

4. ທ່ານໂຈອາວ ເຟຣຕັດ ເດ ກາມາ-ຣາ (João Freitas de Câmara) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ;

5. ທ່ານ ມິແຊວ ແພຣິສ (Michel PARYS) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ຣາຊະອານາຈັກ ແບນຊິກ ປະຈໍາ ສປປ ລາວ ມີສຳນັກງານຕັ້ງຢູ່ ບາງກອກ ປະເທດໄທ;

6. ທ່ານ ອາເຊັດດິນ ເບັກກາ (Azeddine BECHKA) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ປະຈຳ ສປປ ລາວ,​ ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.

ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາເອກອັກຄະລັດຖະທູດ ທີ່​ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນ​ຄັ້ງ​ນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ຈົນເຖິງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນເພື່ອເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນ,ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທ່ານທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ທີ່ມາ: ໜັງສືພິມປະຊາຊົນ