ທ່ານນາຍົກພົບປະກັບຕາງໜ້າດ້ານການຄ້າຂອງປະທານາທິບໍດີ ສ. ອາເມລິກາ ເຈລະຈາດ້ານການຄ້າ ແລະ ການຫລຸດຜ່ອນອັດຕາພາສີ

ລະຫວ່າງວັນທີ 27-30 ກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວໍຊິງຕັນ ດີຊີ, ສ. ອາເມລິກາ ເພື່ອເສີມຂະຫຍາຍການພົວພັນ ແລະ ຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສອງປະເທດ. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສປປ ລາວ ໄດ້ພົບປະກັບ ທ່ານ Jamieson  Greer, ຜູ້ຕາງໜ້າດ້ານການຄ້າຂອງປະທານາທິບໍດີ ສ. ອາເມລິກາ (US Trade Representative) ເພື່ອຊຸກຍູ້ຂະບວນການການເຈລະຈາດ້ານການຄ້າ ແລະ ການຫລຸດຜ່ອນອັດຕາພາສີ ພາຍຫລັງທີ່ຄະນະເຈລະຈາຂອງທັງສອງຝ່າຍໄດ້ເຮັດວຽກຮ່ວມກັນຢ່າງເອົາໃຈໃສ່ໃນໄລຍະຜ່ານມາ.

ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນເພື່ອສຸມໃສ່ຊອກຫາວິທີທາງເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ເຊິ່ງທ່ານນາຍົກລັດຖະມົນຕີ ສປປ ລາວ ໄດ້ແຈ້ງໃຫ້ຝ່າຍ ອາເມລິກາ ຊາບກ່ຽວກັບເຈດຈໍານົງ ຂອງລັດຖະບານລາວ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືທີ່ດີດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ສປປ ລາວ ໃນຖານະເປັນປະເທດນ້ອຍ, ບໍ່ມີຊາຍແດນຕິດກັບທະເລ ທັງພວມສ້າງທຸກເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການກຽມພ້ອມຫລຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາໃນອະນາຄົດ ໄດ້ໃຫ້ຄວາມສໍາຄັນເປັນພິເສດ ແກ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບທຸກປະເທດ. ໃນໄລຍະຜ່ານມາ ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ຍົກສູງການຮ່ວມມືກັບລັດຖະບານ ສ. ອາເມລິກາ ໃນການຄົ້ນຫາຜູ້ທີ່ສູນຫາຍຈາກປາງສົງຄາມ (MIA), ການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ (UXO) ແລະ ການຈັດສົ່ງຄົນເຊື້ອຊາດລາວກັບຄືນປະເທດ (Deportation) ແລະ ອື່ນໆ. ປີ 2025 ນີ້ ຍັງເປັນປີທີ່ມີຄວາມຫມາຍສໍາຄັນເພື່ອສະເຫລີມສະຫລອງ 70 ປີ ຂອງການສ້າງຕັ້ງສາຍພົວພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.​ ອາເມລິກາ. ປີ 2026 ທີ່ຈະມາເຖິງນີ້, ສອງປະເທດ ຈະຮ່ວມກັນສະເຫລີມສະຫລອງຄົບຮອບ 10 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມ.

ທ່ານ ນາຍົກລັດຖະມົນຕິ ສປປ ລາວ ໄດ້ຊີ້ແຈງອະທິບາຍ ກ່ຽວກັບບັນຫາຕ່າງໆ ທີ່ຝ່າຍ ອາເມລິກາ ມີຄວາມສົນໃຈ ໂດຍສະເພາະ ຂະບວນການເຈລະຈາດ້ານການຄ້າ ລະຫວ່າງຄະນະວິຊາການຂອງສອງປະເທດໄດ້ດໍາເນີນຮ່ວມກັນ ພ້ອມທັງ ໄດ້ສະເຫນີບາງມາດຕະການທີ່ລັດຖະບານ ສປປ ລາວ ພວມດໍາເນີນການ, ຄວາມກຽມພ້ອມໃນການຍົກເວັ້ນອັດຕາພາສີນໍາເຂົ້າຕໍ່ສິນຄ້າຈາກ ອາເມລິກາ ມາຍັງ ສປປ ລາວ ແລະ ການສືບຕໍ່ປັບປຸງມາດຕະການກີດຂວາງທີ່ບໍ່ແມ່ນພາສີ,​ ການອໍານວຍຄວາມສະດວກດ້ານການຄ້າ ແລະ ເພີ້ມທະວີການສົ່ງເສີມ ແລະ ນໍາໃຊ້ພະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດໃຫ້ຫລາຍຂຶ້ນ. ຜູ້ຕາງໜ້າດ້ານການຄ້າຂອງປະທານາທິ ບໍດີ ສ. ອາເມລິກາ ໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ການເດີນທາງມາພົບປະແລກປ່ຽນຂໍ້ມູນຢ່າງກົງໄປກົງມາ ດ້ວຍຕົນເອງ ຂອງ ທ່ານ ນາຍົກລັດຖະມົນຕີ ສປປ ລາວ ທີ່ຈະເປັນປະໂຫຍດຍິ່ງ  ແລະ ຈະນໍາເອົາຜົນຂອງການພົບປະ ແລະ ປຶກສາຫາລືໃນຄັ້ງນີ້ ໄປລາຍງານຕໍ່ ທ່ານ ປະທານາທິບໍດີ ສ.​ອາເມລິກາ ເພື່ອພິຈາລະນາກ່ຽວກັບການຜ່ອນຜັນດ້ານອັດຕາພາສີແກ່ ສປປ ລາວ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ໃນຕໍ່ໜ້າ.

ການເຄື່ອນໄຫວ ແລະ ເຮັດວຽກ ຢູ່ ນະຄອນຫລວງ ວໍຊິງຕັນ ດີຊີ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມພົບປະກັບ ພາກທຸລະກິດ ອາເມລິກາ-ລາວ (Business Roundtable) ເຊິ່ງເປັນເວທີທີ່ມີຄວາມສຳຄັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງພາກທຸລະກິດຂອງທັງສອງຝ່າຍ. ຄະນະຜູ້ແທນ ສປປ ລາວ ໄດ້ຖືໂອກາດນີ້ ໃຫ້ຂໍ້ມູນລະອຽດ ກ່ຽວກັບນະໂຍບາຍເພື່ອການສົ່ງເສີມດ້ານການຄ້າ ແລະ ການລົງທືນ, ລວມທັງ ທ່າແຮງບົ່ມຊ້ອນໃນແຕ່ດ້ານຂອງ ສປປລາວ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ຂໍ້ສົນໃຈຂອງບັນດາບໍລິສັດ ແລະ ນັກລົງທຶນ ອາເມລິກາ ຈໍານວນໜຶ່ງ. ທ່ານ ນາຍົກລັດຖະມົນຕີ ສປປ ລາວ ໄດ້ເຊີນຊວນໃຫ້ບັນດານັກທຸລະກິດ ແລະ ນັກລົງທຶນຈາກ ອາເມລິກາ ໄປ ສຶກສາເບິ່ງທ່າແຮງຕົວຈິງ ແລະ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ລວມທັງ ດ້ານນະໂຍບາຍ, ກົດຫມາຍ ແລະ ລະບຽບການຕ່າງໆ ແນໃສ່ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງຕ່າງປະເທດ.

ໂອກາດເຄື່ອນໄຫວ ແລະ ເຮັດວຽກ ຢູ່ ວໍຊິງຕັນ ດີຊີ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ພົບປະກັບ ຄະນະທີ່ປຶກສາຂອງອົງການ Legacies of War ຊຶ່ງເປັນອົງການຈັດຕັ້ງບໍ່ສັງກັດລັດຖະບານ ຂອງ ອາເມລິກາ ທີ່ຜ່ານມາໄດ້ເຄື່ອນໄຫວເພື່ອຊຸກຍູ້ແລະ ລະດົມການຊ່ວຍເຫລືອເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງໃນປາງສົງຄາມ ຢູ່ ສປປ ລາວ. ທ່ານ ນາຍົກລັດຖະມົນຕີ ໄດ້ສະເເດງຄວາມຂອບໃຈຕໍ່ອົງການ Legacies of War ທີ່ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອໂຄສະນາກ່ຽວກັບຜົນຮ້າຍຂອງລະເບີດບໍ່ທັນແຕກຕົກຄ້າງໃນປາງສົງຄາມ ແລະ ຊຸກຍູ້ໃຫ້ອົງການດັ່ງກ່າວສືບຕໍ່ເຜີຍແຜ່ຜົນກະທົບ ແລະ ລະດົມການຊ່ວຍເຫລືອເຂົ້າໃນວຽກງານດັ່ງກ່າວ ເຊິ່ງຍັງເປັນອຸປະສັກກີດຂວາງການພັດທະນາເສດຖະ ກິດ-ສັງຄົມ ຢູ່ ສປປລາວ.  

ການຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຢູ່ນະຄອນຫລວງ ວໍຊິງຕັນ ດີຊີ ໃນຄັ້ງນີ້ ແມ່ນເປັນຂີດໝາຍສຳຄັນໃນການເສີມຂະຫຍາຍຄວາມເຂົ້າໃຈ ແລະ ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ອາເມລິກາ ເພື່ອສືບຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບຂອບການຮ່ວມມືແບບກວມລວມ ທີ່ລັດຖະບານສອງປະເທດ ໄດ້ລົງນາມຮ່ວມກັນໃນປີ 2016.