ກັກຕົວຄູ່ຜົວ-ເມຍ ຂົນສົ່ງຢາເສບຕິດ ແລະ ພັກພວກອີກ 4 ຄົນ ພ້ອມຂອງກາງຢາບ້າ 1,280,000 ເມັດ

ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວັນທີ 3 ຕຸລາ 2025 ນີ້ວ່າ: ວັນທີ 6 ສິງຫາ 2025, ເວລາປະມານ 3:00 ໂມງເຊົ້າ, ເຈົ້າໜ້າທີ່ວິຊາສະເພາະໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບກຸມສອງຜົວເມຍໄດ້ຄື ທ້າວ ໂຕໂລນີ້ ຫລື ໂຕ້, ອາຍຸ 35 ປີ ແລະ ນາງ ຕຸ່ນຄຳ, ອາຍຸ 32 ປີ. ທັງສອງແມ່ນປະຊາຊົນຢູ່ ບ້ານຊຽງຄວນ, ເມືອງ ຫາດຊາຍຟອງ, ນະຄອນຫລວງວຽງຈັນ. ພ້ອມຂອງກາງຢາບ້າ 1,280,000 ເມັດ ,ຄໍລະເຈນປະສົມສານເສບຕິດ 38 ຊອງ ແລະ ຢາສູບໄຟຟ້າ 365 ຫລອດ ຢູ່ໃນລົດເກງ ໝາຍເລກທະບຽນ ກຮ 9777 ນະຄອນຫລວງວຽງຈັນ ທີ່ຈອດຢູ່ເຮືອນຂອງຜູ້ກ່ຽວ.

ຜ່ານການສືບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ສາລະພາບວ່າ: ຢາທີ່ເຈົ້າໜ້າທີ່ຄົ້ນພົບ ເປັນຂອງຕົນເອງແທ້ ເຊິ່ງກຳລັງຈະຂົນສົ່ງຂ້າມໄປປະເທດເພື່ອນບ້ານ, ພວກກ່ຽວໄດ້ສາລະພາບອີກວ່າ: ຕົ້ນເດືອນ ມິຖຸນາ 2025 ໄດ້ມີຊາຍຄົນໜຶ່ງ ມາຊັກຊວນເພື່ອນຳເອົາຢາເສບຕິດຂ້າມໄປປະເທດເພື່ອນບ້ານ ໂດຍໄດ້ນຳເອົາຢາດັ່ງກ່າວມາໄວ້ທີ່ເຮືອນຕົນເອງ ແລະ ໄດ້ຮັບຄ່າຈ້າງຄັ້ງລະ 2,000 ບາດ, ຈຶ່ງໄດ້ຕອບຕົກລົງ ແລະ ຮ່ວມກັນເອົາຢາຂ້າມໄປປະເທດເພື່ອນບ້ານຫລາຍຄັ້ງ.

ຄັ້ງຫລ້າສຸດ ວັນທີ 5 ສິງຫາ 2025 ໄດ້ຕົກລົງຮ່ວມກັນຈະຂົນຢາຂ້າມໄປປະເທດເພື່ອນບ້ານອີກ, ພໍຮອດເວລາປະມານ 23:00 ໂມງ ຂອງວັນດຽວກັນໄດ້ມີຊາຍ 2 ຄົນບໍ່ຮູ້ຊື່ ໄດ້ຂັບລົດເກງສີຂາວ ໝາຍເລກທະບຽນ ກຮ 9777 ນະຄອນຫລວງວຽງຈັນ ມາຈອດພັກຢູ່ເຮືອນຂອງຕົນ ເພື່ອລໍຖ້າໂມງ ໃນການຂົນສົ່ງຢາຂ້າມໄປອີກ ຈົນຮອດເວລາ ປະມານ 3:00 ໂມງ ຂອງວັນທີ 6 ສິງຫາ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງຈຶ່ງໄດ້ເຂົ້າຈັບກຸມ ສ່ວນເປົ້າໝາຍອີກຈຳນວນໜຶ່ງແມ່ນໄດ້ເອົາຕົວຫລົບໜີ.
ຜ່ານການສອບສວນຂະຫຍາຍຜົນ, ມາຮອດວັນທີ 26 ສິງຫາ 2025 ສາມາດກັກຕົວ ໄດ້ອີກ 2 ຄົນ ຊື່ທ້າວ ກິດສະຕັນ ປະຊາຊົນ ບ້ານໂຄກຊາຍ, ທ້າວ ກັນຍາ ຫລື ແຊມ ປະຊາຊົນບ້ານທ່າເດື່ອ ແລະ ວັນທີ 27 ສິງຫາ 2025 ໄດ້ເຂົ້າກັກຕົວໄດ້ 2 ຄົນ ຊື່ທ້າວ ອາງຸ່ນ ແລະ ທ້າວ ທະວີໄຊ ຫລື ກ໊ອບ ຢູ່ບ້ານສີຖານໃຕ້, ທັງ 4 ຄົນ ແມ່ນຢູ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ