ເຜີຍແອັບໃນ Android ແລະ iOS ກວ່າພັນແອັບຝັງຊອບແວດັກຟັງຂໍ້ມູນຜູ້ໃຊ້ຜ່ານໄມມືຖື

ລາຍງານຈາກ The New York Times ລະບຸວ່າ ປັດຈຸບັນມີເກມໃນ Google Play ຫຼາຍກວ່າ 250 ເກມທີ່ພົບວ່າມີການໃຊ້ຊອບແວພິເສດຈາກຜູ້ພັດທະນາທີ່ຊື່ Alphonso ໃນການຕິດຕາມພຶດຕິກໍາການຮັບຊົມໂທລະພາບຂອງຜູ້ໃຊ້ຜ່ານໄມໂຄໂຟນຂອງໂທລະສັບມືຖື ຊຶ່ງມີການເກັບຖານຂໍ້ມູນຈາກສຽງຮອບໆ ເພື່ອນໍາໄປເປັນແນວທາງອອກແບບໂຄສະນາທີ່ກົງກັບຄວາມຕ້ອງການຂອງຜູ້ບໍລິໂພກຫຼາຍຂຶ້ນ ໂດຍສະເພາະໂຄສະນາຂັ້ນໃນອອນລາຍນັ້ນເອງ.
ທັງນີ້ ທີ່ໜ້າສົນໃຈກໍຄືລາຍງານລະບຸວ່າຕົວຊອບແວນີ້ ຈະຍັງສາມາດເຮັດວຽກດັກຟັງສຽງອ້ອມໆຕົວຂອງຜູ້ໃຊ້ທີ່ໂຫຼດແອັບນັ້ນໆໄດ້ ຫາກຜູ້ໃຊ້ບໍ່ໄດ້ປິດການເຮັດວຽກເບື້ອງຫຼັງຂອງແອັບດັ່ງກ່າວ ນັ້ນໝາຍຄວາມວ່າຜູ້ໃຊ້ຈະຖືກດັກຟັງ ແລະ ບັນທຶກຂໍ້ມູນສຽງຢູ່ຕະຫຼອດເວລາ ແນວໃດກໍຕາມຍັງມີຂ່າວດີຢູ່ບ່ອນທີ່ຕົວຊອບແວນີ້ຈະບໍ່ໄດ້ດັກຟັງສຽງເວົ້າຂອງມະນຸດ ແຕ່ມັນຖືກອອກແບບມາໃຫ້ດັກຈັບສຽງທີ່ມາຈາກຮູບເງົາຈາກໂທລະພາບ, ເພງ ຫຼື ໂຄສະນາທົ່ວໄປເທົ່ານັ້ນ.
ສໍາລັບທາງ Alphono ນັ້ນເບື້ອງຕົ້ນໃຫ້ການປະຕິເສດທີ່ລະບຸຊື່ແອັບ ແລະ ເກມທັງໃນ Android ແລະ iOS ແຕ່ລາຍງານຫລ້າສຸດລະບຸວ່າມີແອັບ ແລະ ເມວເຂົ້າຊ່ວຍແອັບຕິດຕັ້ງຊອບແວດັ່ງກ່າວຢູ່ປະມານ 1.000 ແອັບແລ້ວ.

