ຖະແຫລງຄວາມພ້ອມ ໃນການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025
ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ລະຫວ່າງ ວັນທີ 4-8 ຕຸລາ 2025 ນີ້ວ່າ: ການຈັດງານບຸນ ກໍເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ ເປັນການປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວນະຄອນຫຼວງວຽງຈັນ ເປັນການຊຸກຍູ້ສົ່ງເສີມການຜະລິດສີນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເພື່ອທົດແທນການນໍາເຂົ້າ ແລະ ເປັນການສົ່ງເສີມການຄ້າ-ຂາຍ ເຮັດໃຫ້ເສດຖະກິດດີຂຶ້ນ ເຊິ່ງງານບຸນໄດ້ປະກອບມີກິດຈະກໍາຕ່າງໆ ດັ່ງນີ້:
1. ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ:
– ວັນທີ 1 ຕຸລາ 2025 ເວລາ 07:00 ໂມງເຊົ້າ ມີການຄອບໄຫວສະຖານທີ່ສັກສິດ
– ວັນທີ 7 ຕຸລາ 2025 ເວລາ 03:00 ໂມງຕອນເຊົ້າ ເປັນຕົ້ນໄປ ຈະໄດ້ມີພິທີຄື:
ເຂດວັດວາອາຣາມ ເວລາ 03:00-04:00ໂມງ (ຕອນເຊົ້າ) ພຣະອາຈານມີພິທີສູດອອກພັນສາປະວໍລະນາ
ເວລາ 07:00 ໂມງ ຕອນເຊົ້າ ພິທີຕັກບາດ ຖວາຍສັງຄະທານ ຕາມປະເພນີລາວ ເວລາ
ເວລາ 19:00-19:40 ໂມງ ມີພິທີວຽນທຽນ ໄຫລເຮືອໄຟໂຄກ.
ເຂດສວນເຈົ້າອານຸວົງ ແລະ ຜາມໄຊ (ທ່າວັດຈັນ):
ເວລາ 20:00 ໂມງ ເປັນຕົ້ນໄປ ມີການຄົບງັນ ຈູດບັ້ງໄຟພຸ-ໄຟດອກ ແລະ ບັ້ງໄຟຕະໄລ່ ມີການສະແດງສີລະປະວັນນະຄະດີ.
ເຂດແຄມຂອງທ່າວັດຈັນ: ມີການລອຍກະໂທງ ແລະ ບໍ່ອະນຸຍາດໃຫ້ອອກໄປໄຫລຢູ່ກາງຂອງ.
2. ກິດຈະກໍາການຊ່ວງເຮືອ ໃນວັນທີ 8 ຕຸລາ 2025: ເວລາ 08:30 ໂມງ (ຕອນເຊົ້າ) ເປັນຕົ້ນໄປ ເລີ່ມຈັດການແຂ່ງຂັນຊ່ວງເຮືອປະເພນີ 55 ສີພາຍ (ຍິງ-ຊາຍ) ແລະ ເຮືອສູດຊາຍ ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ.
3. ກິດຈະກຳວາງສະແດງ ແລະ ຊື້-ຂາຍສິນຄ້າ: ກໍານົດແຕ່ວັນທີ 4-8 ຕຸລາ 2025 (ກຳນົດເວລາ 5 ວັນ) ມີການວາງສະແດງ ແລະ ຂາຍສິນຄ້າ ຢູ່ໃນຂອບເຂດສວນເຈົ້າອານຸວົງ ຢູ່ຕາມຂອບເສັ້ນທາງເຈົ້າຟ້າງຸ່ມ ແຕ່ວິທະຍາໄລເຕັກນິກປາກປ່າສັກ ລົງຮອດສີ່ແຍກໂຮງໝໍມະໂຫສົດ ກໍານົດໃຫ້ມີການຊື້-ຂາຍເຂົ້າຫຼາມ ປີ້ງໄກ່ ທາງຄົນຍ່າງເບື້ອງເສັ້ນທາງແຕ່ທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງສີຫອມ ສີ່ແຍກໄຟແດງວັດອິນແປງ ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ ກໍານົດເປັນບ່ອນຝາກລົດຈັກ ແລະ ລົດໃຫຍ່ ບາງຈຸດທີ່ສາມາດນໍາໃຊ້ໄດ້.
ສະເພາະເສັ້ນທາງເບື້ອງບ້ານວັດຈັນ ມີໄຊ ຊຽງຍືນ ແລະ ບ້ານສີຫອມ ແມ່ນກໍານົດໃຫ້ຂາຍເຂົ້າຫຼາມ ປີ້ງໄກ່ ມີການຕັ້ັງບູດຂາຍເຄື່ອງ ຂາຍສິນຄ້າ ແລະ ຜະລິດຕະພັນ.
ສໍາລັບ ການຕັ້ງຮ້ານຂາຍເຄື່ອງຕ່າງໆ ທັງເສັ້ນທາງເບື້ອງນອກ ແລະ ໃນຂອບເຂດສວນເຈົ້າອານຸວົງ ແມ່ນໃຫ້ຕັ້ງຮ້ານຢ່າງມີຄວາມເປັນລະບຽບ ສວຍງາມ.
ສະຖານທີ່ຝາກລົດ ແມ່ນມອບໃຫ້ຄະນະກຳມະການຈັດສັນສະຖານທີ່ ແລະ ອານຸກໍາມະການ ປກສ-ປກຊ ຮັບຜິດຊອບ ເປັນຜູ້ຄົ້ນຄ້ວາ ພິຈາລະນາ ຕາມຄວາມເໝາະສົມ ຄືຫຼາຍປີຜ່ານມາ.
4. ກິດຈະກໍາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ພວກເຮົາໄດ້ຖືສໍາຄັນຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນໍາໃຊ້ກໍາລັງຂອງເມືອງຈັນທະບູລີ ເປັນຕົ້ນຕໍ ຢູ່ຕາມບ້ານ ສຳນັກງານ ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ເຊິ່ງກຳນົດຈຸດປ້ອງກັນ 38 ຈຸດ. ໃນນີ້, ຈຸດປ້ອງກັນວົງໃນ 19 ຈຸດ ແລະ ວົງນອກ 19 ຈຸດ ແລະ ປ້ອມແຈ້ງເຫດ (1191) 2 ຈຸດ ມີສູນກ້ອງວົງຈອນເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ ມີກໍາລັງປ້ອງກັນທັງໝົດມີ 1,085 ຄົນ. ໃນນີ້, ກໍາລັງຊາວໜຸ່ມ 325 ຄົນ ໃນນີ້ ລວມມີກຳລັງ ປກສ-ປກຊ ນະຄອນຫຼວງ,ປກສ-ກປຊ ເມືອງຈັນທະບູລີ ກຳລັງ ປກສ ບ້ານ 30 ບ້ານ ແລະ ກຳລັງຊາວໜຸ່ມຂອງເມືອງ ເພື່ອເຂົ້າຮ່ວມໃນການປະຕິບັດໜ້າທີ່ກວດກາປ້ອງກັນເວນຍາມຕາມທາງຮ່ອມ ທາງຊອຍ ແລະ ຕາມຈຸດຕ່າງໆ ທີ່ໄດ້ກຳນົດໄວ້.
ວຽກງານປະຊາສຳພັນ: ມີໂທລະໂຄ່ງປະຈຳງານບຸນ ນັບແຕ່ມື້ຈັດງານຈົນເຖິງມື້ປິດງານ ເພື່ອຮັບໃຊ້ວຽກງານປະຊາສຳພັນຕ່າງໆ ເຊິ່ງພວກເຮົາໄດ້ຕິດຕັ້ງໂທລະໂຄ່ງມີ 12 ຈຸດ ໄດ້ອອກລະບຽບການຄຸ້ມຄອງງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ຢູ່ເມືອງຈັນທະບູລີ ເຊິ່ງມີບັນດາຂໍ້ຫ້າມ ດັ່ງນີ້:
1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
2. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະຖູນ ສະໜັບມື ໂຄມໄຟລອຍ ແລະ ປະເພດສິ່ງຂອງມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ ທີ່ໄດ້ຮັບອານຸຍາດ.
3. ຫ້າມນໍາເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງຈິດປະສາດທຸກຊະນິດ ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ.
4. ຫ້າມນຳໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າດັງເກີນຂອບເຂດ ທີ່ລະບຽບການກໍານົດໄວ້ ຢ່າງເດັດຂາດ.
5. ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.
6. ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
7. ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ ຢ່າງເດັດຂາດ.
8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດ ຈາກຄະນະກໍາມະການຈັດງານ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈຳປີ 2025.
9. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ.
10.ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານ.
11. ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ ແລະ ຫ້າມຕິດຕັ້ງຮ້ານ ຫຼື ວາງເຕັ້ນເກີນຂອບເຂດທີ່ຄະນະກໍາມະການຈັດງານກໍານົດໄວ້ ຖ້າລະເມີດຈະຖືກກ່າວເຕືອນ ຫຼື ຢຸດເຊົາໂດຍທັນທີ.
12. ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ.
13. ຫ້າມເດັດຂາດບໍ່ໃຫ້ຜູ້ຈັບຈອງສະຖານທີ່ ສວຍໂອກາດຈັບຈອງ ຫຼື ຊື້ສະຖານທີ່ ເພື່ອຂາຍຕໍ່ໃຫ້ຜູ້ອື່ນເພີ່ມເກນກໍາໄລ.
14. ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.
ພ້ອມນີ້, ໄດ້ແຕ່ງຕັ້ງຈຸປະຈຳການໃນແຕ່ລະວັນ ໂດຍເລີ່ມແຕ່ວັນທີ: 6-8 ຕຸລາ 2025 ປະຈໍາຢູ່ຜາມກຳມະການ ເພື່ອບັນຊາ ຕິດຕາມ ກວດກາເລີ່ມແຕ່ເວລາ 8:30 ໂມງ ແລະ ມີການຮັບສ່ອງແສງລາຍງານປະຈຳທຸກໆວັນ ເຊິ່ງກຳນົດເອົາເວລາ 21:30 ໂມງ ຢູ່ຜາມກໍາມະການ.
ສັງລວມແລ້ວ ມາເຖິງປະຈຸບັນນີ້ ສາມາດເວົ້າໄດ້ວ່າ: ພວກເຮົາມີຄວາມພ້ອມໃນທຸກໆດ້ານ ເພື່ອກະກຽມເຂົ້າສູ່ງານດັ່ງກ່າວ ສະນັ້ນ ທັງໝົດວຽກງານທີ່ໄດ້ລາຍງານມານັ້ນ ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງບັນດາທ່ານທຸກພາກສ່ວນສັງຄົມ ຕະຫຼອດຮອດພະນັກງານ ທະຫານ ຕໍາຫຼວດ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຈົ່ງໄດ້ພ້ອມກັນຮ່ວມແຮງຮ່ວມໃຈ ເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ດ້ວຍບັນຍາກາດເບີກບານມ່ວນຊື່ນ ມີສະຕິລະວັງຕົວ ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຮັກສາອະນາໄມຄວາມສະອາດຊ່ວຍກັນໃນງານບຸນ.
ທີ່ມາ: ໜັງສືພິມວຽງຈັນໃໝ່

