ຂ່າວດີ: ສະຫະພັນກິລາເປຕັງໂລກ (WPBF) ໄດ້ອະນຸຍາດ ໃຫ້ປະເທດໄທ ສາມາດຈັດການແຂ່ງຂັນກິລາເປຕັງໃນງານ ກິລາຊີເກມ ຄັ້ງທີ 33 ທີ່ຈະຈັດຂຶ້ນໃນເດືອນທັນວາ ປີ 2025 ນີ້.

ກ່ອນໜ້ານີ້, ເມື່ອວັນທີ 22 ກັນຍາ 2025 ຜ່ານມາ, ທາງ WPBF ໄດ້ສັ່ງຫ້າມໄທຈັດການແຂ່ງຂັນເປຕັງໃນຊີເກມ ຄັ້ງທີ 33 ແລະ ລົງໂທດສະມາຄົມເປຕັງໄທ ຫ້າມເຄື່ອນໄຫວເປັນເວລາ 2 ປີ. ສາເຫດແມ່ນຍ້ອນວ່າ ປະທານສະມາຄົມເປຕັງໄທ ຖືກສືບພົບກະທຳຜິດດ້ານຈາລິຍະທຳ, ປະພຶດຕົນບໍ່ເໝາະສົມ, ສໍ້ໂກງການເງິນ, ທຸຈະລິດໃນການເລືອກຕັ້ງ, ແລະ ຖືກລົງໂທດຫ້າມຫຍຸ້ງກ່ຽວກັບວົງການເປຕັງຕະຫຼອດຊີວິດ.

ເພື່ອແກ້ໄຂບັນຫາທີ່ສົ່ງຜົນກະທົບຕໍ່ບັນດາຊາດສະມາຊິກອາຊຽນທີ່ໄດ້ກະກຽມນັກກິລາແລ້ວ, ທາງການໄທໄດ້ເດີນທາງໄປເຈລະຈາກັບປະທານສະຫະພັນເປຕັງໂລກ.

ຈາກຜົນການເຈລະຈາ, ຝ່າຍໄທໄດ້ປະຕິບັດຕາມຄຳແນະນຳຂອງ WPBF ດ້ວຍການ ໃຫ້ປະທານສະມາຄົມເປຕັງລາອອກ ເພື່ອໄປສູ້ຄະດີຕາມຂະບວນການຍຸຕິທຳ. ສະນັ້ນ WPBFຈຶ່ງໃຫ້ ໄທໄດ້ຮັບອະນຸຍາດ ໃຫ້ຈັດການແຂ່ງຂັນກິລາເປຕັງໃນຊີເກມ ຄັ້ງທີ 33 ແລະ ນັກກິລາ ຈາກແຕ່ລະປະເທດໃນອາຊຽນ ສາມາດເຂົ້າຮ່ວມ ແຂ່ງຂັນໄດ້ຕາມປົກກະຕິ ແຕ່ສະຫະພັນເປຕັງໂລກ ຍັງຄົງລົງໂທດ ຫ້າມສະມາຄົມເປຕັງໄທ ຫຍຸ້ງກ່ຽວ.

ການຕັດສິນໃຈຄັ້ງນີ້ຖືເປັນການຊ່ວຍຮັກສາໂອກາດແລະຄວາມຫວັງຂອງນັກກິລາຈາກປະເທດຕ່າງໆ, ໂດຍສະເພາະແມ່ນ ປະເທດລາວ ເຊິ່ງກິລາເປຕັງເປັນປະເພດກິລາໜຶ່ງທີ່ລາວຫວັງລຸ້ນຫຼຽນຄໍາໃນຊີເກມນີ້. ຂໍຊົມເຊີຍເຈົ້າພາບໄທທີ່ໄດ້ແກ້ໄຂສະຖານະການໄດ້ຢ່າງວ່ອງໄວ!