ປະທານປະເທດ ສົ່ງສານອວຍພອນວັນຊາດ ສປ ຈີນ ຄົບຮອບ 76 ປີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76 ປີ.

ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76 ປີ, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທຸກ ຖ້ວນໜ້າ.

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫລວງ, ຮອບ ດ້ານ ແລະ ມີລັກສະນະປະຫວັດສາດ ທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ຕະຫລອດໄລຍະ 76 ປີ ຜ່ານມາ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ແລະ ປະດິດສ້າງຂອງພັກກອມມູນິດຈີນ, ສາທາ ລະນະລັດ ປະຊາຊົນຈີນ ໄດ້ຮັບ ການພັດທະນາຢ່າງຮອບດ້ານ ແລະ ກ້າວກະໂດດ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ໝັ້ນທ່ຽງ, ນັບມື້ນັບກ້າວສູ່ຄວາມທັນສະໄໝ, ສັງຄົມມີຄວາມກົມ ກຽວ ປອງດອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການ ປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ບົດບາດ ແລະ ອິດທິພົນ ຂອງ ສປ ຈີນ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ກາຍເປັນເສົາຄໍ້າໃຫ້ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ການພັດທະນາໃນໂລກ, ເຊິ່ງບັນດາຜົນສຳເລັດ ດັ່ງກ່າວໄດ້ເປັນສິ່ງປຸກລະດົມກໍາລັງໃຈອັນແຮງກ້າ ແລະ ເປັນບົດຮຽນອັນໃຫຍ່ຫລວງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ ໃນປັດຈຸບັນ.

ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຖືສໍາຄັນ ຕໍ່ການເສີມຂະຫຍາຍສາຍພົວພັນຮ່ວມມືກັບພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ. ຂ້າພະເຈົ້າ ຍັງມີຄວາມປະທັບໃຈ ແລະ ຄວາມຊົງຈຳອັນດີ ທີ່ໄດ້ພົບປະກັບ ສະຫາຍ ຢູ່ນະຄອນຫລວງປັກກິ່ງ ໃນຕົ້ນເດືອນກັນຍາ ຜ່ານມາ ເຊິ່ງຜົນການປຶກສາຫາລື ກັບ ສະຫາຍ ກໍຄື ການ ນໍາພັກ, ລັດ ຂອງ ສປ ຈີນ ພວມໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ແນໃສ່ສືບຕໍ່ເພີ່ມພູນຄູນສ້າງ ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີມາດຕະຖານສູງ, ຄຸນະພາບ ສູງ ແລະ ລະດັບສູງ ກາຍເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ສອງປະເທດ ໃນໄລຍະໃໝ່.

ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ ການນໍາພາອັນສະຫລາດສ່ອງໃສຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນ ຜິງ ເປັນແກນກາງນັ້ນ ສືບຕໍ່ປະ ສົບຜົນສໍາເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດການສ້າງປະເທດຈີນ ຕາມທິດສັງຄົມນິຍົມທັນສະໄໝ ທີ່ມີສີສັນພິເສດຂອງປະເທດຈີນ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນວາງອອກ, ບັນລຸ ເປົ້າໝາຍສູ້ຊົນ “100 ປີ ເຫດການທີສອງ” ແລະ ຄວາມມຸ່ງຫວັງໃນການຟື້ນຟູຄວາມຮຸ່ງເຮືອງສີວິໄລ ຂອງປະຊາ ຊາດຈີນ.

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົງໝັ້ນຄົງຂະນົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະ ສົບຜົນສຳເລັດທຸກປະການໃນໜ້າທີ່ອັນມີກຽດຂອງ ສະຫາຍ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫລອດໄປ.

ພ້ອມກັນນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ຄູ່ຮ່ວມຕຳແໜ່ງຝ່າຍຈີນ ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76 ເຊັ່ນດຽວກັນ.