ປກສ ແຂວງຫົວພັນ ກວດຍຶດສັດປ່າເຄື່ອນຍ້າຍບໍ່ຖືກຕ້ອງປະເພດ ໂຕອົ້ນ 139 ໂຕ, ເຫງັນ 7 ໂຕ

ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 25 ກັນຍາ 2025 ເຈົ້າໜ້າທີ່ສິ່ງແວດລ້ອມ ຫ້ອງຕໍາຫລວດ ປກສ ແຂວງຫົວພັນ ໄດ້ລົງປະຕິບັດໜ້າທີ່ ພົບເຫັນລົດກະບະ ຍີ່ຫໍ້ຮຸນໄດ ສີຂາວ ປ້າຍທະບຽນ ກກ 1,182 ກໍາລັງເຄື່ອນຍ້າຍສັດປ່າແບບບໍ່ຖືກຕ້ອງ.
ຜ່ານການກວດກາຕົວຈິງ ພົບເຫັນສັດປ່າ ປະເພດໂຕອົ້ນ 139 ໂຕ, ເຫງັນ 7 ໂຕ ນໍ້າໜັກ 35 ກິໂລກຣາມ. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຍຶດສັດຈໍານວນດັ່ງກ່າວ. ຈາກນັ້ນ, ວັນທີ 26 ກັນຍາ 2025 ເຈົ້າໜ້າທີ່ສິ່ງແວດລ້ອມ ຫ້ອງຕໍາຫລວດ ປກສ ແຂວງຫົວພັນ ໄດ້ນໍາເອົາສັດຈໍານວນດັ່ງກ່າວ ໄປມອບໃຫ້ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ເພື່ອດໍາເນີນຕາມລະບຽບກົດໝາຍ.
ທີ່ມາ: ປກສ ແຂວງຫົວພັນ

