ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫລວງນໍ້າທາ ທໍາລາຍເຄື່ອງອາໄຫລ່ລົດຜິດລະບຽບ ແລະ ປືນແກັບ

ວັນທີ 26 ກັນຍາ 2025 ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີທໍາລາຍເຄື່ອງຂອງກາງທີ່ຍຶດໄດ້ໃນໄລຍະຜ່ານມາ. ໂດຍການເຂົ້າຮ່ວມຂອງ ພັທ ວັນທາຍ ອິນທະວີ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຫຼວງນໍ້າທາ.
ເຄື່ອງຂອງກາງທີ່ນຳມາທຳລາຍຄັ້ງນີ້ ປະກອບມີອາໄຫລ່ລົດຈັກປະເພດ ທໍ່ລົດຈັກ, ລໍ້ຢາງນ້ອຍ ທີ່ມີການດັດແປງສະພາບເຕັກນິກ ແລະ ປືນແກັບ ທີ່ທາງກອງພັນປ້ອງກັນເຄື່ອນທີ່ຍຶດມາໄດ້ຈາກກຸ່ມແກ້ງໄວລຸ້ນຂັບລົດກວນເມືອງ, ສ້າງຄວາມເນື່ອງນັນ, ໂດຍການດັດແປງທໍ່ສຽງດັງເກີນຂອບເຂດ, ໃຊ້ລໍ້ຢາງນ້ອຍຜິດລະບຽບເຕັກນິກ ແລະ ປືນແກັບຈຳນວນໜື່ງ ທີ່ຍຶດມາໄດ້ຈາກປະຊາຊົນທີ່ນຳໃຊ້ປືນລ່າເນື້ອສັດປ່າຜິດລະບຽບ.
ທີ່ມາ: ຂ່າວ ປກສ ແຂວງຫລວງນ້ຳທາ

