ສປປ ລາວ ຖືກຮັບຮອງເປັນສະມາຊິກຄະນະບໍລິຫານ ກຸ່ມ LLDC ໃນກອງປະຊຸມ ທີ່ ສະຫະປະຊາຊາດ

ວັນທີ 26 ກັນຍາ 2025 ທີ່ ນິວຢອກ, ສ. ອາເມຣິກາ, ໃນໄລຍະກອງປະຊຸມ ພາກອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 80, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນຂະບວນຟົດຟື້ນ.

1. ການສືບຕໍ່ໃຫ້ການສະໜັບສະໜູນພາຍຫຼັງການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDCs); ໃນພາກເຊົ້າຂອງວັນທີ 26 ກັນຍາ 2025 ກອງປະຊຸມປະຈຳປີລະດັບລັດຖະມົນຕີກະຊວງການຕ່າງປະເທດ ຂອງກຸ່ມ LDCs ໄດ້ຖືກຈັດຂຶ້ນໂດຍການເປັນປະທານຮ່ວມລະຫວ່າງ ອົງການ ສປຊ ແລະ ເນປານ (ໃນຖານະປະທານກຸ່ມ LDCs ປະຈໍາສົກປີ). ກອງປະຊຸມໄດ້ຮັບກຽດກ່າວເປີດ ໂດຍ ການນໍາຂອງ ອົງການ ສປຊ ເຊັ່ນ: ທ່ານ ນາງ Amida Mohammed, ຮອງເລຂາທິການໃຫຍ່ ສປຊ, ທ່ານນາງ Rabab Fatima, ຮອງເລຂາທິການໃຫຍ່ ສປຊ, ຜູ້ຕາງໜ້າຂັ້ນສູງ ສຳລັບປະເທດ LDCs, LLDCs ແລະ SIDs ພ້ອມດຽວກັນ ທ່ານ ນາງ Annalena Baerbock ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 80 ກໍໄດ້ໃຫ້ກຽດເຂົ້າຮ່ວມໃນພາກກ່າວເປີດ. ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ກ່າວຄຳປາໄສ ເນັ້ນໜັກເຖິງຄວາມຈຳເປັນຂອງການສະໜັບສະໜູນຢ່າງຕໍ່ເນື່ອງຈາກສາກົນ ແກ່ບັນດາປະເທດທີ່ກຳລັງຈະຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDCs). ທ່ານ ລັດຖະມົນຕີ ສະເໜີຕໍ່ທີ່ປະຊຸມວ່າ ການຫຼຸດພົ້ນອອກຈາກ LDCs ແມ່ນຂະບວນການທີ່ຕ້ອງຕິດຕາມຢ່າງໃກ້ຊິດ ເພື່ອປ້ອງກັນບໍ່ໃຫ້ກັບຄືນສູ່ສະຖານະພາບເກົ່າ. ສປປ ລາວ, ທີ່ຈະເຂົ້າສູ່ໄລຍະຂ້າມຜ່ານໃນປີ 2026-2029, ຍັງຈະຕ້ອງການ ການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດແຜນດຳເນີນງານ ໂດຮາ ໄລຍະປີ 2022-2031 ຢ່າງຕໍ່ເນື່ອງ.

2. ສປປ ລາວ ໄດ້ຖືກຮັບຮອງເອົາເປັນສະມາຊິກ ຄະນະບໍລິຫານກຸ່ມ LLDCs ແລະ ການສະໜັບສະໜູນແຜນດຳເນີນງານອາວາຊາ (APoA); ກອງປະຊຸມປະຈຳປີ ລະດັບລັດຖະມົນຕີກະຊວງການຕ່າງປະເທດຂອງ ກຸ່ມ LLDCs ຄັ້ງທີ 23 ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນດຽວກັນ ຊຶ່ງໃນກອງປະຊຸມ ໄດ້ຮັບຮອງເອົາ ສປປ ລາວ ເປັນສະມາຊິກ ຄະນະບໍລິຫານກຸ່ມ LLDC ສຳລັບສົກປີ 2025-2026 ຊຶ່ງເປັນການສະແດງເຖິງບົດບາດ ແລະ ການມີສ່ວນຮ່ວມທີ່ນັບມື້ນັບສູງຂຶ້ນຂອງ ສປປ ລາວ ໃນເວທີສາກົນ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ຕີລາຄາສູງແຜນດຳເນີນງານອາວາຊາ (Awaza Programme of Action – APoA) ສົກປີ 2024-2034 ແລະ ໃຫ້ຄຳໝັ້ນສັນຍາທີ່ຈະຜັນຂະຫຍາຍເນື້ອໃນຂອງແຜນດຳເນີນງານນີ້ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະໃນການພັດທະນາພື້ນຖານໂຄງລ່າງ, ການຂົນສົ່ງ ເພື່ອການຫັນປ່ຽນເປັນປະເທດເຊື່ອມຈອດ (land-linked Country).

3. ການພົບປະສອງຝ່າຍກັບ ນູແວນເຊລັງ; ນອກຈາກການເຄື່ອນໄຫວໃນຂອບກອງປະຊຸມປິ່ນອ້ອມແລ້ວ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍຍັງໄດ້ພົບປະສອງຝ່າຍກັບ ທ່ານ ວິນສະຕັນ ປີເຕີສ (Winston Peters), ລັດຖະມົນຕີ ກະຊວງການຕ່າງປະເທດ ນູແວນເຊລັງ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືຍາວນານລະຫວ່າງສອງປະເທດ, ໂດຍສະເພາະຜົນສຳເລັດໃນດ້ານການສ້າງຂີດຄວາມສາມາດໃຫ້ແກ່ຊັບພະຍາກອນມະນຸດ ແລະ ການສຶກສາ, ພ້ອມທັງການຊ່ວຍເຫຼືອດ້ານວຽກງານການເກັບກູ້ລະເບີດ ຊຶ່ງເປັນວຽກງານທີ່ ນູແວນເຊລັງ ມີຄວາມຊຳນານ. ທັງສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາລະດັບພາກພື້ນ ແລະ ເຈາະຈົງບາງຂະແໜງການທີ່ມີທ່າແຮງ ເພື່ອກວມເຂົ້າໃນການຂະຫຍາຍການຮ່ວມມືສອງຝ່າຍ ໃນຕໍ່ໜ້າ.

4. ການສົ່ງເສີມບົດບາດ ຊາວໜຸ່ມ ໃນເວທີສາກົນ; ໃນວັນດຽວກັນ, ທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ໄດ້ພົບປະກັບ ທ່ານ ຟີລິບເປ ພໍລີເອ (Felipe Paullier), ຜູ້ຊ່ວຍເລຂາທິການໃຫຍ່ ສປຊ ດ້ານວຽກງານຊາວໜຸ່ມ. ທັງສອງຝ່າຍໄດ້ປຶກສາຫາລືການຂະຫຍາຍການຮ່ວມມືໃນການສົ່ງເສີມ ແລະ ພັດທະນາຊາວໜຸ່ມລາວ, ໂດຍສະເພາະໃນດ້ານເຕັກໂນໂລຊີ-ດິຈິຕອນ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ແລະ ການສົ່ງເສີມຜູ້ປະກອບການໜຸ່ມ. ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ເຊື້ອເຊີນ ທ່ານ ພໍລີເອ ຢ້ຽມຢາມ ສປປ ລາວ ເພື່ອຈັດກິດຈະກຳ ເວທີສົນທະນາລະດັບສູງ ຮ່ວມກັບ ຜູ້ນຳຊາວໜຸ່ມ ເພື່ອເສີມສ້າງການມີສ່ວນຮ່ວມຢ່າງເປັນຮູບປະທຳ ໃນການຂັບເຄື່ອນການພັດທະນາແບບຍືນຍົງ ໃນຕໍ່ໜ້າ.