ອຸຕຸເຕືອນ! ຝົນຕົກໜັກ ຢູ່ແຂວງໄຊສົມບູນ, ຫົວພັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ກວມ 85-90%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພາຍຸໝຸນເຂດຮ້ອນບົວລອຍ (BUALOI) ປະຈຳເຊົ້າວັນທີ 29 ກັນຍາ 2025, ພາຍຸໄຕ້ຝຸ່ນບົວລອຍ (BUALOI) ຫົວທີ 20 ປະຈຳປີ 2025, ໄດ້ເຄື່ອນທີ່ເຂົ້າມາທາງພາກກາງຂອງ ສສ ຫຽວດນາມ ແລະ ໄດ້ອ່ອນກໍາລັງລົງກາຍເປັນພາຍຸໝຸນເຂດຮ້ອນ, ພາຍຸຫົວນີ້ຈະສືບຕໍ່ເຄື່ອນເຂົ້າພາກກາງ ແລະ ພາກເໜືອຂອງປະເທດລາວ ໃນໄລະຍະວັນທີ 29 ຫາ 30 ກັນຍາ 2025 ນີ້, ເຊິ່ງຈະເຄື່ອນທີ່ຜ່ານແຂວງບໍລິຄຳໄຊ, ຊຽງຂວາງ, ໄຊສົມບູນ, ຫລວງພະບາງ, ອຸດົມໄຊ, ບໍ່ແກ້ວ ແລະ ຫລວງນ້ຳທາ, ຫລັງຈາກນັ້ນຈະອ່ອນກຳລັງລົງຕາມລໍາດັບກາຍເປັນຄວາມກົດດັນອາກາດຕ່ຳທີ່ມີກຳລັງແຮງປົກຄຸມຢູ່ພາກເໜືອຂອງປະເທດລາວ. ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງ ນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບລົມພັດແຮງ ແລະ ຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ນ້ຳຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢຸ່ເກືອບທົ່ວໄປ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢຸ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 85% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 28 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກ ຫາ ໜັກຫລາຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 75%. ອຸນຫະພູມໃນລະຫວ່າງ 24 – 30 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫລາຍຢຸ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງຢຸ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 85% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 30 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢຸ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫລາຍຢຸ່ບາງບໍລິເວນ ພ້ອມມີລົມພັດແຮງຢູ່ເກືອບທົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 90% ອຸນຫະພູມໃນລະຫວ່າງ 17 – 28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກພ້ອມມີລົມພັດແຮງຢຸ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົາກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 30 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫລາຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 75%. ອຸນຫະພູມໃນລະຫວ່າງ 14– 24 ອົງສາ.