ບາສີສູ່ຂວັນ ໃຫ້ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ວັນທີ 25 ກັນຍາ 2025 ທີ່ວິທະຍາຄານ ນາຍທະຫານບົກ ກົມມະດໍາ ໄດ້ຈັດພິທີ ບາສີສູ່ຂວັນໃຫ້ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ພາຍໃຕ້ຄໍາຂວັນ: “ຄຽງບ່າຄຽງໄຫຼ່ ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ໂດຍມີ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຫົວໜ້າຄະນະຊີ້ນໍາລວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”, ມີ ທ່ານ ພັນເອກ ອີວານ ຕາຣາເຢັບ ຮັກສາການຮອງຜູ້ບັນຊາການທະຫານເຂດຕາເວັນອອກ ສ ຣັດເຊຍ, ຫົວໜ້າຄະນະຊີ້ນໍາການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ- 2025”, ມີຄະນະຊີ້ນໍາທັງສອງຝ່າຍ, ແຂກຮັບເຊີນພ້ອມດ້ວຍນາຍ ແລະ ພົນທະຫານທັງຝ່າຍ ລາວ-ຣັດເຊຍ ເຂົ້າຮ່ວມ.
ການຈັດພິທີບາສີສູ່ຂວັນ ຄັ້ງນີ້ ເພື່ອເປັນການອວຍພອນເຊິ່ງກັນ ແລະ ກັນລະຫວ່າງ ນາຍແລະ ພົນທະ ຫານຂອງສອງກອງທັບລາວ-ຣັດເຊຍ, ຣັດເຊຍ-ລາວ ທີ່ໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມ ລາວ-ຣັດເຊຍ”ລາໂຣສ-2025″ ໃຫ້ມີສຸຂະພາບແຂງແຮງ, ມີພະລານະໄມສົມບູນ, ປາສະຈາກໂຣກໄພໄຂ້ເຈັບ, ມີໂຊກມີໄຊ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ການຈັດຕັັ້ງໝອບໝາຍ, ພ້ອມທັງອວຍພອນໃຫ້ສາຍພົວພັນມິດຕະພາບ, ມູນເຊື້ອຄວາມສາມັກຄີຮັກແພງສາຍພົວພັນທີ່ສະໜິດແໜ້ນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງສອງຊາດ ກໍຄືສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ, ການຜູກຂໍ້ຕໍ່ແຂນອວຍພອນເຊິ່ງກັນ ແລະ ກັນ ລະຫວ່າງສອງກອງທັບ ລາວ-ຣັດ ດຳເນີນໄປດ້ວຍໄມຕີຈິດມິດຕະພາບຢ່າງອົບອຸ່ນສະໜິດສະໜົມ.
ທີ່ມາ: ໜັງສືພິມກອງທັບ

