ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ຮັບເລືອກຕັ້ງເປັນເລຂາຄະນະພັກກະຊວງວັດທະນະທຳ ແລະ ທ່ອງທ່ຽວ
ວັນທີ 25 ກັນຍາ 2025 ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ໄຂກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ອົງຄະນະພັກກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ຄັ້ງທີ VI ພາຍໃຕ້ຄຳຂວັນ “ ບຸກຄະລາກອນເຂັ້ມແຂງ-ຄຸ້ມຄອງສັກສິດ ວັດທະນະທຳສີວິໄລ ທ່ອງທ່ຽວຍືນຍົງ ຫັນເປັນອຸດສາຫະກຳເທື່ອລະກ້າວ” ໂດຍການເປັນປະທານ ຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ວທ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ ປະທານກວດກາແຫ່ງລັດ; ມີບັນດາແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງຂອງອົງຄະນະພັກກະຊວງ ວທ ສະໄໝທີ V (2021-2025), ຜ່ານຮ່າງແຜນພັດທະນາວຽກງານ ວທ 5 ປີ (2026-2030); ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ສະໄໝທີ V ຕະຫຼອດໄລຍະ 5 ປີຜ່ານມາ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ວທ ຊຸດໃໝ່ ຊຶ່ງມີຜູ້ສະໝັກ 18 ສະຫາຍ, ເລືອກເອົາ 15 ສະຫາຍ ຍິງ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກກະສັນເລືອກເອົາ ສະຫາຍ ນາງ ສວນສະຫວັນ ວິຍະເກດ ເປັນເລຂາຄະນະບໍລິຫານງານພັກກະຊວງ ວທ, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ນາງ ດາລານີ ພົມມະວົງສາ ເປັນປະທານຄະນະກວດກາພັກ, ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ 5 ສະຫາຍ ແລະ ຜູ້ແທນສໍາຮອງ 1 ສະ ຫາຍເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ທີ່ມາ: ຂ່າວສານປະເທດລາວ

