ນາຍົກລັດຖະມົນຕີ  ເນັ້ນໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ພັດທະນາພື້ນຖານໂຄງລ່າງ ຄົມມະນາຄົມ-ຂົນສົ່ງ ເປັນລະບົບຄົບຊຸດ

ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ VI ວັນທີ 24 ກັນຍາ 2025 ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ຄະນະພັກ, ຄະນະນຳກະຊວງໂຍທາທິການ ແລະ ຂົນສົ່ງ ເອົາໃຈໃສ່ ດັ່ງນີ້:

– ຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງ ຄົມມະນາຄົມ-ຂົນສົ່ງ ຢ່າງເປັນລະບົບຄົບຊຸດ ເພື່ອເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ; ພັດທະນາໂຍທາທິການທາງນໍ້າ ຕິດພັນກັບການຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ.

– ສໍາລັບການພັດທະນາ ການບິນພົນລະເຮືອນ ຕ້ອງໃຫ້ທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາກົນ ໂດຍສຸມໃສ່ແກ້ໄຂຂໍ້ຄົງຄ້າງ ຂອງອົງການການບິນພົນລະເຮືອນສາກົນ ເປັນບຸລິມະສິດ,  ພັດທະນາທາງລົດໄຟ ແລະ ບັນດາກິດຈະການປິ່ນອ້ອມ ເພື່ອນໍາຜົນປະໂຫຍດສູງສຸດ ໃຫ້ປະເທດຊາດ ແລະ ປະຊາຊົນ, ພັດທະນາລະບົບການຂົນສົ່ງ ແລະ ການບໍລິການທາງຜ່ານ ດ້ວຍການສ້າງລະບົບໂລຈິສຕິກຄົບຊຸດ, ພັດທະນາບັນດາຕົວເມືອງຢ່າງຮອບດ້ານ ເພື່ອໃຫ້ເປັນຫົວໜ່ວຍຍຸດທະສາດທີ່ເຂັ້ມແຂງ, ການສະໜອງນໍ້າປະປາໃຫ້ໄດ້ 35% ຕາມຄາດໝາຍ ໃນປີ 2030 ແລະ ບັນຫາອື່ນໆ;

– ຕ້ອງຮັບປະກັນໃຫ້ ຍທຂ ມີຄວາມສະຫງົບທາງດ້ານການເມືອງຢ່າງໜັກແໜ້ນ, ສືບຕໍ່ປັບປຸງບັນດາຮາກຖານພັກ ແລະ ກົງຈັກການຈັດຕັ້ງລັດ ພາຍໃນ ກະຊວງໃຫ້ເຂັ້ມແຂງ, ມີລະບຽບວິໄນ, ແບບແຜນການນໍາພາ-ຊີ້ນຳທີ່ທັນສະໄໝ, ອັນສໍາຄັນ ແມ່ນຕ້ອງປຸກລະດົມສະມາຊິກພັກ, ພະນັກງານ ແລະ ກໍາມະກອນທົ່ວກະຊວງເຂົ້າຮ່ວມ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຂະແໜງ ຍທຂ ຢ່າງຈິງຈັງ ແລະ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

– ເອົາໃຈໃສ່ສືບ ຕໍ່ປັບປຸງລະບົບການເມືອງ, ຍົກສູງບົດບາດການນໍາພາຂອງອົງຄະນະພັກກະຊວງ ໃນການເປັນເສນາທິການໃຫ້ລັດ ຖະບານ ໃນການຄຸ້ມຄອງມະຫາພາກດ້ານ ຍທຂ;

– ເອົາໃຈໃສ່ການກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ, ການຈັດ ຕັ້ງ, ແບບແຜນນໍາພາໃຫ້ໜັກແໜ້ນເຂັ້ມແຂງ ດ້ວຍການກໍ່ສ້າງ ແລະ ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສົມກັບເປັນແກນນໍາໃນລະບົບການເມືອງຢ່າງແທ້ຈິງ, ບໍາລຸງກໍ່ສ້າງພະນັກງານ-ວິຊາການ ໃນແຕ່ລະຂົງເຂດວຽກງານໃຫ້ເປັນລະບົບ ແລະ ຮັບປະກັນລັກສະນະສືບທອດ-ປ່ຽນແທນ, ບັນດາສະຫາຍຄະນະບໍລິຫານງານພັກກະຊວງແຕ່ລະສະຫາຍ ຕ້ອງເປັນເຈົ້າການແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງຂອງຕົນ ທີ່ໄດ້ເວົ້າກັນໃນກອງປະຊຸມ ດຳເນີນຊີວິດການເມືອງທ້າຍສະໄໝ.

– ຕ້ອງສືບຕໍ່ປັບປຸງບັນດາຮາກຖານພັກ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ສາມອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນໃຫ້ເຂັ້ມແຂງ, ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃນຂະແໜງໂຍທາທິການ ແລະ ຂົນສົ່ງ ດ້ວຍລະບຽບກົດໝາຍເປັນກ້າວໆ.

– ໃຫ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຍາດແຍ່ງ ດຶງດູດເອົາການຊ່ວຍເຫລືອ, ຮ່ວມມື ແລະ ລົງທຶນຈາກບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ກໍຄື ອົງການຈັດຕັ້ງຕ່າງໆ, ທຸກພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນຕິດພັນ ກັບການແກ້ໄຂບັນດາຂອດຂັ້ນຂອງການບໍລິການ, ການເອື້ອອໍານວຍຄວາມສະດວກ ແລະ ບັນດານະໂຍບາຍຕ່າງໆໃຫ້ເໝາະສົມ ແນໃສ່ສ້າງກຳລັງແຮງ ໃນການຈັດຕັ້ງປະຕິບັດແຜນພັດທະນາຂອງກະຊວງ ຍທຂ ໃນການນໍາໃຊ້ຈຸດພິເສດທີ່ຕັ້ງ ແລະ ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ດ້ານເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.

– ເພີ່ມທະວີການຄຸ້ມຄອງການນໍາໃຊ້ທຶນກູ້ຢືມ ເຂົ້າໃນການພັດທະນາໂຄງລ່າງພື້ນຖານຂອງກະຊວງ ຍທຂ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ພາຍຫລັງກອງປະຊຸມໃຫຍ່ນີ້ແລ້ວ, ໃຫ້ຄະນະບໍລິຫານງານພັກກະຊວງຊຸດໃໝ່ ເອົາໃຈໃສ່ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ແລະ ເປັນເອກະພາບກັນ ຕໍ່ແນວທາງນະໂຍບາຍທີ່ວາງອອກ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ກໍາມະກອນໃນທົ່ວກະຊວງ ຍທຂ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ, ມີສະຕິຕື່ນຕົວເປັນເຈົ້າການ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທັດສະນະກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ຕິດພັນກັບການແບ່ງວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບ ລະຫວ່າງຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ ໃຫ້ລະອຽດຈະແຈ້ງ, ປັບປຸງລະບອບແບບແຜນວິທີເຮັດວຽກ, ການປະຕິບັດຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ຫັນປ່ຽນແນວຄິດຈິນຕະນາການໃໝ່, ເປັນເຈົ້າການເຊີດຊູຈິດໃຈເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ.