ສະຫາຍ ເຫລັກໄຫລ ສີວິໄລ ໄດ້ຮັບເລືອກຕັ້ງ ເປັນເລຂາຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ອະດີດການນໍາກະຊວງ ຍທຂ, ບັນດາຄະນະຜູ້ແທນສົມບູນອົງຄະນະພັກກະຊວງ ຍທຂ 245 ສະຫາຍ ຍິງ 57 ສະຫາຍ.
ກອງປະຊຸມຄັັ້ງນີ້, ໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ໄດ້ເປັນເອກະພາບຮັບຮອງເອົາຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງ, ໂດຍມີຄວາມເປັນເອກະພາບຢ່າງສົມບູນ ຕໍ່ການຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ແນວທາງປ່ຽນແປງໃໝ່ຂອງພັກໃນຊຸມປີຜ່ານມາ ຊຶ່ງຍົກໃຫ້ເຫັນບັນດາຜົນງານອັນພົ້ນເດັ່ນຫຼາຍດ້ານ. ພ້ອມນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ຍັງໄດ້ສຸມສະຕິປັນຍາຂອງຕົນຄົ້ນຄວ້າປະກອບຄຳຄິດຄຳເຫັນເຂົ້າໃສ່ບັນດາເອກະສານສໍາຄັນຂອງກອງປະຊຸມ ທີ່ເຕັມໄປດ້ວຍເນື້ອໃນອຸດົມສົມບູນ, ຄົບຖ້ວນ ແລະ ຖືກຮັບຮອງເອົາດ້ວຍຄວາມເປັນເອກະພາບສູງ.
ບັນດາສະຫາຍຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຊຸດໃໝ່ ບົນພື້ນຖານຫຼັກການ, ມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ ຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 25 ສະຫາຍ, ເລືອກເອົາ 21 ສະຫາຍ ຍິງ 2 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ເຫຼັກໄຫຼ ສີວິໄລ ເປັນເລຂາຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI, ສະຫາຍ ງາມປະສົງ ເມືອງມະນີ ເປັນຮອງເລຂາ ແລະ ເລືືອກເອົາ ສະຫາຍ ລິດຕາ ຂັດທິຍະ ເປັນປະທານກວດກາພັກ, ສະຫາຍ ຈັນທະລາ ພິມມະຈັກ, ສະຫາຍ ສີພັນດອນ ສຸພັນທອນ ເປັນຮອງປະທານກວດກາ. ພ້ອມນັ້ນ, ເລືອກເອົາຄະນະປະຈໍາພັກ 7 ສະຫາຍ. ໃນນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມີຜູ້ແທນສົມບູນ 8 ສະຫາຍ, ສໍາຮອງ 2 ສະຫາຍ.
ທີ່ມາ: ໜັງສືພິມປະຊາຊົນ

