ລາວ-ຣັດເຊຍ ປຶກສາຫາລືກຽມສ້າງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ-ຣັດເຊຍ ຢູ່ ສປປ ລາວ

ວັນທີ 23 ກັນຍາ 2025 ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ລາຍງານວ່າ: ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບ ທ່ານ ຣັດຊູຄານັອບ ອຸດສະມານ ອັບດຸນ-ອາຊີເຢວິດ (RASSUKHANOV Usman Abdul-Azievich) ຫົວໜ້າກົມພັດທະນາລະບົບການສຶກສາແຫ່ງຊາດ ແລະ ການຮ່ວມມືກັບຕ່າງປະເທດ, ຄະນະຜູ້ແທນກະຊວງສຶກສາ ສະຫະພັນຣັດເຊຍ ທີ່ມາຢ້ຽມຢາມ ແລະ ເຮັດວຽກກັບກະຊວງສຶກສາທິການ ແລະ ກິລາ ເພື່ອກະກຽມສ້າງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ- ຣັດເຊຍ ຢູ່ ສປປ ລາວ, ມີຫົວໜ້າກົມ-ຮອງກົມ, ສະຖາບັນ ແລະ ຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມ.

ການເຂົ້າຢ້ຽມຢາມຄັ້ງນີ້ ແມ່ນເພື່ອສືບຕໍ່ຈາກກອງປະຊຸມພົບປະທາງໄກ (ອອນລາຍ) ຄັ້ງວັນທີ 7 ກັນຍາ 2025 ແລະ ຄໍາເຊີນຂອງທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເພື່ອກະກຽມສ້າງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ-ຣັດເຊຍ ຢູ່ ສປປ ລາວ ແລະ ວາງແຜນຮ່ວມກັນໃຫ້ສໍາເລັດຕາມຄວາມມຸ່ງຫວັງ ແລະ ຄໍາໝັ້ນສັນຍາຮ່ວມກັນຂອງສອງປະທານປະເທດ ທີ່ໄດ້ຕົກລົງທີ່ຈະສ້າງໂຮງຮຽນດັ່ງກ່າວ, ຊຶ່ງສອງຝ່າຍເຫັນດີ ອອກແບບໂຮງຮຽນຄົບວົງຈອນ, ມີເນື້ອທີ່ 7,925 ແຮັກຕາ ສາມາດບັນຈຸນັກຮຽນໄດ້ 1,200 ຄົນ ມີການດໍາເນີນການຮຽນການສອນເປັນພາສາຣັດເຊຍ ນັບແຕ່ຊັ້ນປະຖົມເຖິງມັດທະຍົມຕອນປາຍ ຢູ່ນະຄອນຫຼວງວຽງຈັນ.

ນອກນັ້ນ, ຍັງຈະໄດ້ຂະຫຍາຍການສິດສອນພາສາຣັດເຊຍ ຢູ່ໂຮງຮຽນແຫ່ງອື່ນໆ ຕາມຄວາມເໝາະສົມຢູ່ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຫລວງພະບາງ, ທັງສອງຝ່າຍຍັງໄດ້ປຶກສາຫາລືຮ່ວມກັນທາງດ້ານສະຖານທີ່, ຕຶກອາຄານ, ການສ້າງຕໍາລາການຮຽນການສອນພາສາຣັດເຊຍ ແລະ ການສ້າງຄູສອນພາສາຣັດເຊຍ, ການວາງສີລາລຶກສອງຝ່າຍແມ່ນໃຫ້ຮີບຮ້ອນໃຫ້ທັນກັບເວລາສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ສປປ ລາວ ແລະ ສະຫະພັນຣັດເຊຍ. ພ້ອມນັ້ນທັງສອງຝ່າຍຈະໄດ້ມີການໂຄສະນາເຜີຍແຜ່ໃຫ້ພໍ່ແມ່ຜູ້ປົກຄອງຊຸກຍູ້ລູກຫລານໃຫ້ກຽມໄປເຂົ້າຮຽນຢູ່ໂຮງຮຽນດັງກ່າວ. ຈາກນັ້ນ, ທັງສອງຝ່າຍໄດ້ຮ່ວມລົງນາມເຊັ່ນບົດບັນທຶກເຫັນດີໃນເບື້ອງຕົ້ນ ວ່າດ້ວຍການສ້າງຕັ້ງໂຮງຮຽນສາມັນສຶກສາ ມິດຕະພາບ ລາວ-ຣັດເຊຍ ອີກດ້ວຍ.

ທີ່ມາ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ