ລາວ-ຣັດເຊຍ ເພີ່ມທະວີການພົວພັນຮ່ວມມືດ້ານວຽກງານສານ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງປະທານສານສູງສຸດ ແຫ່ງ ສ ຣັດເຊຍ, ຄະນະຜູ້ແທນຂັ້ນສູງ ຈາກສານປະຊາຊົນສູງສຸດ (ສປສສ) ແຫ່ງ ສປປ ລາວ ນຳໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມກົດໝາຍສາກົນພາກພື້ນອາຊີ-ປາຊີຟິກ ຄັ້ງທີ XIII ທີ່ນະຄອນ ເຊັນປີເຕີສເບີກ ສ ຣັດເຊຍ ໃນລະຫວ່າງວັນທີ 21-23 ກັນຍາ 2025.

ການປຶກສາຫາລື ລະຫວ່າງຄະນະຜູ້ແທນສອງຝ່າຍ ດຳເນີນໄປດ້ວຍບັນຍາກາດທີ່ສະໜິດສະໜົມ, ມິດຕະພາບ ແລະ ເຕັມໄປດ້ວຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເຖິງຄວາມຈຳເປັນໃນການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງ ກໍຄື ພະນັກງານ-ຜູ້ພິພາກສາ ໃນການບໍລິຫານສານ ແລະ ບໍລິຫານຄະດີ ໃຫ້ມີຄຸນພາບໃໝ່. ຜ່ານການປຶກສາຫາລືຢ່າງກົງໄປກົງມາ, ທັງສອງຝ່າຍ ໄດ້ບັນລຸຄວາມເຂົ້າໃຈ ແລະ ຕົກລົງເອກະພາບໃນບາງປະເດັນ ຄື:

– ທັງສອງຝ່າຍ ມີຄວາມຍິນດີສືບຕໍ່ປະສານງານ ເພື່ອສາມາດລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານຕຸລາການ ລະຫວ່າງ ລາວ-ຣັດເຊຍ ສະບັບທຳອິດ ໃນອະນາຄົດ ເພື່ອເປັນພື້ນຖານໃຫ້ແກ່ການເສີມສ້າງສາຍພົວພັນເຊິ່ງກັນ ແລະ ກັນ ທີ່ມີມາດົນນານແລ້ວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ.

– ທັງສອງຝ່າຍມີຄວາມສົນໃຈໃນການແລກປ່ຽນບົດຮຽນ ໃນດ້ານການບໍລິຫານສານ ໂດຍສະເພາະແມ່ນການຄຸ້ມຄອງສຳນວນຄະດີແພ່ງ ຕາມກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ບົດບາດຂອງສານປະຊາຊົນສູງສຸດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ.

– ການຝຶກອົບຮົມໄລຍະສັ້ນ ໃຫ້ຜູ້ພິພາກສາ ໃນຫົວຂໍ້ການແກ້ໄຂຄະດີກ່ຽວກັບດ້ານການຄ້າ, ທະນາຄານ ແລະ ການຕັດສິນລົ້ມລະລາຍຂອງວິສາ ຫະກິດ.

– ການຍົກລະດັບການສຶກສາໃນລະດັບມະຫາວິທະຍາໄລ (ປະລິນຍາ).

ການພົບປະດັ່ງກ່າວ, ທ່ານປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ປະທານສານສູງສຸດ ແຫ່ງ ສ ຣັດເຊຍ ພິຈາລະນາເດີນທາງໄປຢ້ຽມຢາມ ສປປ ລາວ ເພື່ອປຶກສາຫາລື ແລະ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ.

ທີ່ມາ: ປະເທດລາວ Pathedlao