ລັດຖະມົນຕີກະຊວງ ເຕັກໂນໂລຊີ ເເລະ ການສື່ສານ ເຂົ້າຮ່ວມກອງປະຊຸມ ໂຕະມົນລະດັບລັດຖະມົນຕີກ່ຽວກັບປັນຍາປະດິດ ຈີນ-ອາຊຽນ 2025

ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ເເລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມໂຕະມົນລະດັບລັດຖະມົນຕີກ່ຽວກັບປັນຍາປະດິດ ຈີນ-ອາຊຽນ 2025 ໃນວັນທີ 18 ກັນຍາ 2025 ໂດຍການເປັນປະທານ ທ່ານ ເສີນກາງ ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ປະທານສະພາປະຊາຊົນ ແຂວງກວາງຊີ ເເລະ ທ່ານ ຫວາງຊ່າງຫລິງ ຮອງປະທານຄະນະພັດທະນາ ເເລະ ປະຕິຮູບ ສປ ຈີນ, ກອງປະຊຸມຄັ້ງນີ້, ໄດ້ຈັດຂຶ້ນເປັນຄັ້ງທໍາອິດ ລະຫວ່າງ ອາຊຽນ ເເລະ ຈີນ ພາຍໃຕ້ຂອບໃຫຍ່ງານວາງສະເເດງ ຈີນ-ອາຊຽນ (CAEXPO) ເເລະ ກອງປະຊຸມລະດັບສູງດ້ານການຄ້າ ເເລະ ການລົງທຶນຈີນ-ອາຊຽນ (CABIS) ຄັ້ງທີ 22 ເພື່ອປຶກສາຫາລື ເເລກປ່ຽນກ່ຽວກັບການພັດທະນາດ້ານປັນຍາປະດິດ (AI). ຊຶ່ງເປັນໂອກາດໃນການເປີດປະຕູການຮ່ວມມືໃໝ່ ເເລະ ສ້າງການຮ່ວມມືປັນຍາປະດິດ ປອດໄພ, ເຂັ້ມເເຂງ ເເລະ ໝັ້ນຄົງ ປະກອບສ່ວນໃນການພັດທະນາເສດຖະກິດສັງຄົມ ເພື່ອຍົກລະດັບສະພາບເເວດລ້ອມການໃຊ້ຊີວິດ ຂອງປະຊາຊົນໃນພາກພື້ນ.

ໃນກອງປະຊຸມ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ປະກອບຄຳເຫັນວ່າ: ປັນຍາປະດິດຖືເປັນເຕັກນິກໃໝ່ ເເລະ ສໍາຄັນໃນການຂັບເຄື່ອນ ທີ່ມີອິດທິພົນສູງຂອງຍຸກສະໄໝສາມາດເພີ່ມອັດຕາເລັ່ງໃຫ້ແກ່ການພັດທະນາ ນັບແຕ່ເຕັກໂນໂລຊີ, ວິທະຍາສາດ ໄປຈົນເຖິງດ້ານເສດຖະກິດ ແລະ ສັງຄົມ. ສຳລັບ ສປປ ລາວ ປັນຍາປະດິດ ແມ່ນໂອກາດໃນການຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ, ການພັດທະນາການບໍລິການ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເພື່ອຊ່ວຍໃຫ້ພວກເຮົາສາມາດກ້າວຂ້າມຂໍ້ຈຳກັດທີ່ເຄີຍມີ ແລະ ສົ່ງເສີມການເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ ໄດ້ຢ່າງໃກ້ຊິດກວ່າເກົ່າ.

ໃນກອງປະຊຸມ ສປປ ລາວ ໄດ້ຮັບຮອງເອົາການລົງນາມ 3 ເອກະສານບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານປັນຍາປະດິດຄື: 1. ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການຮ່ວມມືດ້ານປັນຍາປະດິດ, 2. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມສ້າງສູນຮ່ວມມືດ້ານການນໍາໃຊ້ປັນຍາປະດິດ ຈີນ-ລາວ, 3. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນສ້າງເເຜນພັດທະນາປັນຍາປະດິດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ.

ທີ່ມາ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ