ກັກຕົວຊາຍໜຸ່ມ ຊື້ລົດຈັກເຖື່ອນ ແລະ ແຍກເປັນຊິ້ນສ່ວນຂາຍ

ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ລາຍງານວ່າ: ວັນທີ 19 ສິງຫາ 2025 ເຈົ້າໜ້າທີ່ຕໍາຫລວດວິຊາສະເພາະ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ກັກຕົວໄດ້ 1 ຄົນ ຊື່ທ້າວ ໄຊ ວ່າງ ອາຍຸ 39 ປີ ບ້ານເກີດນາປີນ ເມືອງຊໍາໃຕ້ ແຂວງຫົວພັນ ພັກເຊົ່າຢູ່ທີ່ບ້ານນາເລົາ ເມືອງໂພນໂຮງ ຜູ້ກ່ຽວໄດ້ຊື້ລົດເຖື່ອນແລ້ວມ້າງແຍກຊິ້ນສ່ວນລົດຈັກເຖື່ອນ ນຳມາຝາກຢູ່ບໍລິສັດຂົນສົ່ງ ຢູ່ເຂດຫຼັກ52.​

ຜູ້ກ່ຽວ​ສາລະພາບວ່າ : ວັນທີ 16 ສິງຫາ 2025 ເວລາປະມານ 18:00 ໂມງ ໄດ້ມີຄົນໂທລະສັບມາຖາມຂາຍລົດຈັກເວບ 100 ສີຂຽວດຳ ໃນລາຄາ 10,000,000 ກີບ ແຕ່ຜູ້ກ່ຽວໄດ້ຕໍ່ລອງລາຄານຳ ວ່າ 5,300,000 ກີບ.

ວັນທີ 17 ສິງຫາ 2025 ຜູ້ຂາຍໄດ້ນໍາເອົາລົດຈັກມາສົ່ງໃຫ້ຢູ່ເຮືອນ ຫລັງຈາກນັ້ນໄດ້ສະເໜີຂາຍຕໍ່ໃຫ້ຄົນທີ່ຈະຮັບຊື້ຕໍ່ຢູ່ບ້ານ ນາປີນ ເມືອງຊຳໃຕ້ ແຂວງ ຫົວພັນ ໃນລາຄາ 6,500,000 ກີບ ຜູ້ກ່ຽວໄດ້ເງິນສ່ວນຕ່າງ ຈຳນວນ 1,200,000 ກີບ.

ວັນທີ 19 ສິງຫາ 2025 ຜູ້ກ່ຽວຈຶ່ງໄດ້ໄປຫາບໍລິສັດຂົນສົ່ງເພື່ອຈະຝາກລົດຈັກຄັນດັ່ງກ່າວໄປເມືອງຊຳເໜືອ ແຂວງຫົວພັນ ແຕ່ທາງບໍລິສັດບໍ່ຮັບລົດຈັກທີ່ບໍ່ມີເອກະສານ ຜູ້ກ່ຽວຈື່ງຖາມພະນັກງານຂົນສົ່ງວ່າ: ຖ້າເປັນອາໄຫຼ່ລົດ ຮັບຝາກໄດ້ບໍ່ ທາງບໍລິສັດແມ່ນຮັບຝາກຖ້າເປັນເຄື່ອງອາໄຫຼ່ ຈາກນັ້ນ ຜູ້ກ່ຽວຈຶ່ງກັບມາເຮືອນ ແລ້ວໄດ້ມ້າງລົດຈັກແຍກເປັນຊິ້ນສ່ວນແລ້ວຈຶ່ງເອົາເຄື່ອງອາໄຫຼ່ລົດຈັກໄປຝາກນຳບໍລິສັດຂົນສົ່ງ 3 ບ່ອນ ແຕ່ປາຍທາງແມ່ນບ່ອນດຽວກັນ, ຫຼັງຈາກຝາກແລ້ວບໍລິສັດຂົນສົ່ງໄດ້ໂທຫາຜູ້ກ່ຽວວ່າ ເຄື່ອງອາໄຫຼ່ລົດຈັກທີ່ຜູ້ກ່ຽວເອົາໄປຝາກນັ້ນມີນໍ້າມັນຊຶມອອກມາໃຫ້ເອົາແກັດມາປ່ຽນໃໝ່ ຈຶ່ງໄດ້ປ່ຽນແກັດ ພໍມາຮອດບໍລິສັດດັ່ງກ່າວຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວພ້ອມທັງຢຶດຂອງກາງມາທຳການສຶບສວນ-ສອບສວນ.

ປັດຈຸບັນຍັງສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ ສ່ວນຂອງກາງຊິ້ນສ່ວນລົດຈັກດັ່ງກ່າວທາງເຈົ້າໜ້າທີ່ຈະຊອກຫາເຈົ້າຂອງ ແລະ ມອບຄືນໃຫ້ເຈົ້າຂອງເດີມ.

ທີ່ມາ: Viengchan Police news