ເຈົ້າໜ້າທີ່ ກັກຕົວຊາຍໜຸ່ມສັນຊາດ ສ.ເກົາຫລີ ພ້ອມຂອງກາງເຄຕາມີນ ນໍ້າໝັກ1,2 ກິໂລ ຢູ່ສະໜາມບິນວັດໄຕ

ກະຊວງການເງິນ ລາຍງານວ່າ: ວັນທີ 21 ກັນຍາ 2025 ເວລາ 23:15 ນາທີ ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ ເຈົ້າໜ້າທີ່ ຕຳຫລວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ ໄດ້ພ້ອມກັນການກວດກາ ກະເປົາເດີນທາງ ຂອງຄົນສັນຊາດ ສ.ເກົາຫລີ ອາຍຸ 22 ປີ ທີ່ສົງໄສວ່າມີສານເສບຕິດ.

ຜ່ານການກວດກາພົບເຫັນ ຢາເສບຕິດ ປະເພດເຄຕາມີນ ນໍ້າໝັກ 1.2 ກິໂລ ຊຸກເຊື່ອງໃສ່ໃນກະເປົາເດີນທາງ ທີ່ຈະເດີນທາງອອກໄປ ສ.ເກົາຫລີ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງ ແລ້ວສົ່ງມອບຄະດີດັ່ງກ່າວ ຂອງກາງພ້ອມຜູ້ຖືກຫາ ມອບໃຫ້ເຈົ້າໜ້າທີ່ ຕໍາຫລວດ ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ (303) ເພື່ອນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ກະຊວງການເງິນ