ກອງທັບລາວ-ຈີນ ສືບຕໍ່ເພີ່ມທະວີຮ່ວມມືດ້ານການທະຫານ

ວັນທີ 19 ກັນຍາ 2025 ຜ່ານມານີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ໄດ້ພົບປະກັບ ສະຫາຍ ພົນເອກ ຕົງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 12 ແລະ ຢ້ຽມຢາມທາງການທີ່ນະຄອນຫລວງປັກກິ່ງ ສປ ຈີນ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ ແຈ້ງສະພາບການໃຫ້ກັນຊາບກ່ຽວກັບບັນຫາທາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດ ໂດຍສະເພາະແມ່ນດ້ານວຽກງານປ້ອງກັນຊາດ ທີ່ຕ່າງຝ່າຍມີຄວາມສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ; ປຶກສາຫາລືການສະກັດກັ້ນການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ ແລະ ອື່ນໆ ແນໃສ່ເພີ່ມທະວີການຮ່ວມມືດ້ານການທະຫານ ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ໄລຍະຜ່ານມາຝ່າຍລາວ ໄດ້ຮ່ວມລົງນາມໃນ 2 ສັນຍາກັບຝ່າຍຈີນ ຄື: ອະນຸສັນຍາວ່າດ້ວຍການຊ່ວຍເຫລືອສ້ອມແປງ, ບຳລຸງຮັກສາເຮືອລາດຕະເວນທີ່ຝ່າຍຈີນໃຫ້ການຊ່ວຍເຫລືອ ແລະ ສັນຍາວ່າດ້ວຍຝ່າຍຈີນ ໃຫ້ການຊ່ວຍເຫລືອສ້າງສູນວິໄຈພະຍາດເຂດຮ້ອນ ແລະ ທ້າຍເດືອນກັນຍານີ້, ຄະນະວິຊາການຝ່າຍຈີນ ຈະໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອສົມທົບກັບວິຊາການທີ່ກ່ຽວຂ້ອງຂອງຝ່າຍລາວ ລົງສຳຫລວດຕົວຈິງ ໃນການລົງມືກໍ່ສ້າງ ແລະ ຍັງມີອີກຫລາຍຂົງເຂດທີ່ຝ່າຍຈີນ ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນກອງທັບປະຊາຊົນລາວຕະຫລອດມາ ໂດຍສະເພາະຝ່າຍຈີນ ໄດ້ຊ່ວຍລົງມືກໍ່ສ້າງກອງພັນ 19 ທີ່ມີແຜນສ້າງໃນທ້າຍປີ 2025 ແລະ ຍັງໄດ້ສົ່ງຊ່ຽວຊານມາປະຈຳຢູ່ກອງບັນຊາການທະຫານອາກາດ ໃນການຝືກຊ້ອມການບີນ ຕື່ມອີກ.

ທີ່ມາ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ FM 99,7 MHz