ໄຊສົມບູນ ປຶກສາຫາລື ແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ
ວັນທີ 22 ກັນຍາ 2025 ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ຈັດກອງປະຊຸມ ຮ່ວມກັບ ຄູ່ຮ່ວມງານ ເພື່ອປຶກສາຫາລື ແກ້ໄຂບັນຫາການຂາດແຄນ ແຮງງານພາຍໃນແຂວງ ໂດຍການເປັນປະທານຂອງ ທ່ານ ວັນຄໍາເກັ່ງ ຢ່າຊົງກົວ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ຕະຫຼອດໄລຍະ 9 ເດືອນຜ່ານມາ ໄດ້ລົງກວດກາແຮງງານປົກກະຕິ ແລະ ຕິດຕາມຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານໄດ້ທັງໝົດ 39 ຫົວໜ່ວຍ (61 ແຫ່ງ). ໃນນັ້ນ, ກວດກາປົກກະຕິ 35 ຫົວໜ່ວຍ ແລະ ກວດກາຕິດຕາມຜົນ 4 ຫົວໜ່ວຍ, ມີຜູ້ອອກແຮງງານທັງໝົດ 2,020 ຄົນ ຍິງ 182 ຄົນ, ແຮງງານຕ່າງປະເທດ 678 ຄົນ ຍິງ 25 ຄົນ. ຜ່ານການກວດກາພົບເຫັນແຮງງານ ຕ່າງປະເທດ ຈໍານວນ 224 ຄົນ ຍິງ 1 ຄົນບໍ່ມີເອກະສານຖືກຕ້ອງຕາມລະບຽບການ.
ປັດຈຸບັນ, ແຂວງໄຊສົມບູນຍັງຕ້ອງການແຮງງານປະເພດ ໂຮງຈັກໂຮງງານ, ອຸດສາຫະກຳ, ກະສິກຳ, ການບໍລິການ ແລະ ອື່ນໆ. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາການບໍລິການຈັດຫາງານ, ການແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ແລະ ການຮ່ວມມືໃນຕໍ່ໜ້າ ລະຫວ່າງ ພາກລັດ ແລະ ເອກະຊົນ ເປັນຕົ້ນການບໍລິການຈັດຫາງານ ຂອງຈຸດບໍລິການຈັດຫາງານ, ການເຂົ້າເຖິງການບໍລິການຈັດຫາງານ ຂອງຫົວໜ່ວຍແຮງງານ, ການປະກາດຕຳແໜ່ງງານວ່າງ, ການຮ່ວມຈັດງານຕະຫຼາດນັດແຮງງານ ແລະ ແຜນການຮ່ວມມືລະຫວ່າງ 3 ຝ່າຍ ຄື: ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ, ສະຫະພັນກຳມະບານແຂວງ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຫລື ຫົວໜ່ວຍແຮງງານຕື່ມອີກ.
ທີ່ມາ: ຈົດໝາຍຂ່າວ ໄຊສົມບູນ

