ກັກຕົວ ຊາຍກໍ່ເຫດລົງມືຕີຜູ້ຍິງສະຕິບໍ່ດີ ເປັນຄົນຂັບຂີ່ລົດກ໋ອກໆ ລົງມືຍ້ອນອາລົມຂຶ້ນທີ່ຖືກດຶກກ້ອນຫີນໃສ່ລົດ

ໜັງສືພິມຄວາມສະຫງົບລາຍງານວັນທີ 22 ກັນຍາ 2025 ນີ້ວ່າ: ວັນທີ 19 ກັນຍາ 2025 ເວລາ 12:00 ນາທີ  ເກີດເຫດມີຄົນຖືກທຳຮ້າຍຮ່າງກາຍຢູ່ແຄມທາງ ເຂດບ້ານຂົວຫຼວງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜູ້ຖືກຕີ ເປັນຄົນເລ່ລ້ອນ ຊື່ ນາງ ພູຄຳ ຫຼື ໝ້ວຍ ອາຍຸ 40 ປີ ເປັນຄົນສະຕິບໍ່ດີ ຢູ່ບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ປັດຈຸບັນຍ້າຍໄປຢູ່ດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຕອນເກີດເຫດຜູ້ກ່ຽວຢືນຢູ່ແຄມທາງສີ່ແຍກຄອງນ້ຳ ຂ້າງວັດຂົວຫຼວງ ໄດ້ດຶກກ້ອນຫີນໃສ່ລົດທີ່ທຽວສັນຈອນໄປ-ມາຕາມເສັ້ນທາງດັ່ງກ່າວ. ເວລານັ້ນໄດ້ມີລົດກ໋ອກກ໋ອກ ຄັນໝາຍເລກທະບຽນ ສກ 3763 ນະຄອນຫຼວງວຽງຈັນ ຂັບຂີ່ຜ່ານມາຈຶ່ງຖືກກ້ອນຫີນຂອງຄົນເລ່ລ້ອນດຶກເຂົ້າໃສ່ ຜູ້ຊາຍຄົນດັ່ງກ່າວກໍໄດ້ຂີ່ລົດໄປຈອດໄວ້ແຄມທາງ ແລ້ວຈັບເອົາໄມ້ຄ້ອນລົງມາຈາກລົດ ມາຕີໃສ່ຄົນເລ່ລ້ອນດັ່ງກ່າວ ຈຳນວນຫຼາຍບາດ ຕາມທີ່ເຫັນລົງສື່ສັງຄົມອອນລາຍ ຈາກນັ້ນຜູ້ຊາຍຄົນດັ່ງກ່າວກໍຂັບຂີ່ລົດໜີໄປ. ເວລາຕໍ່ມາຊາຍຂັບລົດກ໋ອກກ໋ອກຄັນດັ່ງກ່າວ ໄດ້ກັບຄືນມາບ່ອນເກີດເຫດ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປສອບສວນ; ຜູ້ກໍ່ເຫດຊື່ ທ້າວ ພູນສະຫວັນ ຫຼື ເລ້ ອາຍຸ 46 ປີ, ອາຊີບຂັບລົດ ກ໋ອກກ໋ອກ ປັດຈຸບັນຢູ່ບ້ານປາກທ້າງ ຄຸ້ມປ່າຍາງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ຜູ້ກ່ຽວໃຫ້ການວ່າ: ມື້ເກີດເຫດແມ່ນຈະມາຊື້ຕູ້ຊັກຜ້າຢູ່ເຂດບ້ານຂົວຫຼວງ ເມືອງຈັນທະບູລີ ພໍມາຮອດສີ່ແຍກຄອງນ້ຳບ້ານຂົວຫຼວງ ຖືກຄົນເລ່ລ່ອນດຶກກ້ອນຫີນໃສ່ ແຕ່ກ້ອນຫີນໄປຖືກຄານເຫຼັກທາງຂ້າງ ກ້ຳຂວາມືໜຶ່ງບາດ; ຈຶ່ງໄດ້ລົງມາບອກໃຫ້ຢຸດເຊົາ ແຕ່ຜູ້ຍິງຄົນດດັ່ງກ່າວຈະເອົາກ້ອນຫີນມາດຶກໃສ່ຕົນຕື່ມອີກ, ເຮັດໃຫ້ຕົນເອງເກີດມີຄວາມໃຈຮ້າຍ ແລ້ວຍ່າງໄປຈັບເອົາໄມ້ຄ້ອນ ທີ່ເຊື່ອງຢູ່ຫຼັງລົດກ໋ອກກ໋ອກ ອອກມາຕີຜູ້ໃສ່ຜູ້ຍິງຄົນນັ້ນ ປະມານ 10 ຄັ້ງ.

ຜູ້ກ່ຽວໃຫ້ການຕື່ມວ່າ: ໃນເວລາທີ່ຕົນລົງມືຕີນັ້ນ ກໍມີຄົນທີ່ຂີ່ລົດທຽວທາງຮ້ອງຫ້າມບໍ່ໃຫ້ຕົນເອງຕີ ແຕ່ຕົນກໍບໍ່ຟັງ ຍ້ອນຄວາມໃຈຮ້າຍ ຄິດຢ້ານບໍລິສັດປັບໃໝກ່ຽວກັບລົດທີ່ເປ່ເພ; ໄດ້ຕີປະມານ 10 ນາທີ ແລ້ວກໍຢຸດເຊົາ ຍ່າງມາເບິ່ງລົດເຫັນສີລົດລອກ ຈຶ່ງຍ່າງໄປຕີອີກຮອບ ປະມານ 4 ບາດ ໄມ້ຄ້ອນຈົນແຕກ ແລ້ວຈຶ່ງຢຸດເຊົາ ຍ້ອນມີຄົນເຂົ້າມາຫ້າມຫຼາຍ. ຫຼັງຈາກນັ້ນ ຕົນກໍຂີ່ລົດອອກໄປຮັບລູກຄ້າຢູ່ຄິວລົດສາຍເໜືອຕໍ່ ຈົນຮອດເວລາ 12:25 ນາທີ ແມ່ຂອງຕົນເອງໄດ້ສົ່ງຂໍ້ຄວາມມາບອກວ່າ ລູກໄປຕີໃຜ ແມ່ເຫັນເຂົາລົງໃນຕິກຕ໋ອກ; ເມື່ອຮູ້ແນວນັ້ນຈຶ່ງຕັດສິນໃຈຂັບລົດມາແຈ້ງຢູ່ປ້ອມຍາມຕຳຫຼວດຈະລະຈອນຂົວຫຼວງ ແລ້ວເຈົ້າໜ້າທີ່ກໍແນະນຳໃຫ້ເຂົ້າມາແຈ້ງຄວາມ ຢູ່ກອງບັນຊາການ ປກສ ເມືອງຈັນທະບູລີ ແລ້ວມີຄົນບອກໃຫ້ຕົນໄປບ່ອນເກີດເຫດເພາະເຂົາເຫັນຕຳຫຼວດລົງມາເບິ່ງ ສະຖານທີ່ເກີດເຫດ ຕົນເອງຈຶ່ງຂີ່ລົດກັບມາບ່ອນທີ່ກໍ່ເຫດດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບຕໍ່ ສືບສວນ-ສອບສວນບັນຫາດັ່ງກ່າວໃຫ້ກະຈ່າງແຈ້ງ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.