ສປປ ລາວ ຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນຄືນ ຮອບວຽນທີ 3 ສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນປີ 2026

ໜັງສືພິມປະຊາຊົນລາຍງານວັນທີ 22 ກັນຍາ 2025 ນີ້ວ່າ: ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມໃນພີທີມອບ-ຮັບໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຢ່າງເປັນທາງການ ຊຶ່ງຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນປີ 2026.

ສປປ ລາວ ເປັນໜຶ່ງໃນປະເທດທຳອິດໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2010. ການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ແມ່ນມີຄວາມໝາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ນໍາພາໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງມີເປົ້າໝາຍເພື່ອການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສໍາລັບ ສປປ ລາວ, ນີ້ເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ຊຶ່ງໃນຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ທີ່ ນະຄອນຫຼວງວຽງຈັນ.

ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ຢືນຢັນຄືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ສປປ ລາວ ເພື່ອຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ໃນຖານະເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ໃນໂລກ ຊຶ່ງມີລະເບີດຫຼາຍກວ່າ 2 ລ້ານໂຕນ ຖືກຖິ້ມລົງໃສ່ຜືນແຜນດິນລາວໃນປາງສົງຄາມອິນດູຈີນ ຊຶ່ງໃນນັ້ນ ມີລະເບີດລູກຫວ່ານ ຫຼື ບ່ອມບີ້ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 80 ລ້ານໜ່ວຍ ທີ່ຍັງບໍ່ທັນແຕກຕົກຄ້າງຢູ່ໃນດິນລາວ. ທ່ານ ລັດຖະມົນຕີ ຍັງໄດ້ກ່າວຕື່ມວ່າ ເປັນເວລາຫຼາຍກວ່າ 5 ທົດສະວັດ ພາຍຫຼັງສົງຄາມສິ້ນສຸດລົງ ລະເບີດທີ່ຕົກຄ້າງຈາກປາງສົງຄາມ ໄດ້ສືບຕໍ່ທໍາລາຍ ແລະ ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ໂດຍສະເພາະແມ່ນເດັກນ້ອຍ ແມ່ນໄດ້ຮັບເຄາະຮ້າຍຫຼາຍກວ່າໝູ່. ລະເບີດທີ່ບໍ່ທັນແຕກ ຍັງສືບຕໍ່ເປັນອຸປະສັກກີດຂວາງການພັດທະນາໃນດ້ານຕ່າງໆຂອງ ສປປ ລາວ.

ການຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບກອງປະຊຸມທົບທວນຮອບວຽນທີ 3 ໃນປີ 2026 ທີ່ຈະມາເຖິງນີ້ ບໍ່ພຽງແຕ່ເປັນການເພີ່ມທະວີບົດບາດຂອງ ສປປ ລາວ ໃນເວທີສາກົນ, ແຕ່ຍັງເປັນການປະຕິບັດພັນທະສາກົນອັນມີຄວາມໝາຍຍິ່ງ ທີ່ຕິດພັນຢ່າງໃກ້ຊິດກັບປະຫວັດສາດ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງ ສປປ ລາວ, ທັງເປັນໜຶ່ງໃນຄວາມພາກພູມໃຈ ທີ່ ສປປ ລາວ ເຮົາໄດ້ຮັບມອບໝາຍໜ້າທີ່ສໍາຄັນຈາກວົງຄະນາຍາດສາກົນ ເພື່ອຊຸກຍູ້ການຮ່ວມມືສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໃນການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາດັ່ງກ່າວ. ທ່ານ ລັດຖະມົນຕີ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳພາຂອງ ຟີລິປິນ, ປະທານກອງ​ປະຊຸມ​ລັດ​ພາຄີ​ຄັ້ງ​ທີ 13 ໃນປີ 2025 ທີ່ປະຕິບັດໜ້າທີ່ໄດ້ຢ່າງ​ດີ​ເລີດ.

ການຖືກມອບໝາຍໃຫ້ເປັນປະທານກອງປະຊຸມທົບທວນຄືນ ການປະຕິບັດສົນທິສັນຍາສາກົນວ່າດ້ວຍ ລະເບີດລູກຫວ່ານ ນີ້ໄດ້ຢັ້ງຢືນເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຕໍ່ວຽກງານສໍາຫຼວດ ແລະ ເກັບກູ້ ລະເບີດລູກຫວ່ານ ຊຶ່ງແມ່ນວຽກງານເພື່ອມະນຸດສະທຳຂອງສາກົນ. ນອກນັ້ນ, ສປປ ລາວ ຍັງໃຫ້ຄວາມສໍາຄັນແກ່ວຽກງານໂຄສະນາຄວາມສ່ຽງຈາກ ລບຕ, ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະ ການຫັນປ່ຽນຈາກ “ການເປັນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ” ມາເປັນ “ຜູ້ມີບົດບາດນໍາພາໃນລະດັບໂລກໃນການແກ້ໄຂບັນຫາ ລບຕ”. ໃນໂອກາດອັນສໍາຄັນດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖືໂອກາດນີ້ເຊື້ອເຊີນບັນດາປະເທດສະມາຊິກ.