ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ເປີດກອງປະຊຸມສະໄໝວິສາມັນ ຄັ້ງທີ 5 ຮັບບຮອງນິຕິກຳ 2 ສະບັບ
ວັນທີ 18 ກັນຍາ 2025 ຜ່ານມາ ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ໄຂກອງປະຊຸມສະໄໝວິສາມັນ ຄັ້ງທີ 5 ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນ້ຳທາ, ມີອາດີດການນໍາສະພາປະຊາຊົນແຂວງ, ການນໍາແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກໃນການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສືບຕໍ່ພັດທະນາ ແລະ ຍົກລະດັບພື້ນຖານດ້ານກະສິກໍາ, ອຸດສາຫະກໍາ, ການຄ້າ ແລະ ການທ່ອງທ່ຽວ ໂດຍການມີສ່ວນຮ່ວມຂອງປະຊາຊົນຢູ່ທ້ອງຖິ່ນ ປັບປຸງການບໍລິການ, ຄວາມສາມາດໃນການບໍລິການຂົນສົ່ງສິນຄ້າ ໂດຍສະເພາະແລວເສດຖະກິດລາວ-ຈີນ ແນໃສ່ປັບປຸງເສດຖະກິດຂອງແຂວງ ກໍຄືການສ້າງວຽກເຮັດງານທໍາ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນພາຍໃນແຂວງຫຼວງນໍ້າທາ ໃຫ້ດີຂຶ້ນເທື່ອລະກ້າວ.
ຄະນະປະຈໍາສະພາປະຊາຊົນແຂວງ ຈຶ່ງຕົກລົງເປີດກອງປະຊຸມສະໄໝວິສາມັນ ຕາມການສະເໜີຂອງອົງການປົກຄອງແຂວງ ເພື່ອພິຈາລະນາ, ຮັບຮອງເອົານິຕິກໍາສໍາຄັນຂອງແຂວງ ຈໍານວນ 2 ສະບັບຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍ ທີ່ຖືກຜົນກະທົບຈາກໂຄງການພັດທະນາກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການທ່ອງທ່ຽວ ເຂດດ່ານປາງໄຮ ເມືອງສິງ ແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍ ທີ່ຖືກຜົນກະທົບ ຈາກໂຄງການສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ລາວ-ຈີນ ຊ່ວງຜ່ານເມືອງຫຼວງນໍ້າທາ (ແຕ່ບ້ານເຕີຍ ຫາ ບ້ານບໍ່ເຕ່ນ) ແຂວງຫຼວງນໍ້າທາ ພ້ອມດຽວກັນ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ປະກອບຄຳຄິດເຫັນຕໍ່ຂໍ້ຕົກລົງ 2 ສະບັບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ມີຄຸນະພາບ ແລະ ໄດ້ຮັບຜົນດີຕາມລະດັບຄາດ ໝາຍ ພ້ອມທັງ ໄດ້ລົງຄະແນນສຽງຮັບຮອງເອົາຂໍ້ຕົກລົງ 2 ສະບັບ ດ້ວຍຄະແນນສຽງເປັນເອກະພາບຂອງສະມາຊິກສະພາປະຊາຊົນແຂວງ.

