ພາຍຸ ໄຕ້ຝຸ່ນ ຣາກາຊາ ກຳລັງເຄື່ອນຕົວຜ່ານຟິລິບປິນ ແລະ ຄາດວ່າຈະມາດເຖິງລາວວັນທີ 26 ກັນຍາ 2025
ວັນທີ 21 ກັນຍາ 2025 ກົມອຸຕຸນິຍົມຂອງຟິລິບປິນ ອອກແຈ້ງການເຕືອນໄພພາຍຸ ໄຕ້ຝຸ່ນ ຣາກາຊາ ມີຈຸດສູນກາງຂອງພາຍຸ ຢູ່ໃກ້ກັບເກາະ Luzon ຂອງປະເທດ ຟິລິບປິນ ແລະ ເພີ່ມກໍາລັງແຮງຂຶ້ນເປັນ Super Typhoon ດ້ວຍຄວາມແຮງລົມສູງສຸດ 201 kph ໃນອີກ ສອງວັນຂ້າງໜ້າ.
ຄາດວ່າຈະເຄື່ອນຕົວເຂົ້າສູ່ອ່າວຕັງເກຍ ແລະ ຂຶ້ນຝັ່ພາກເໜືອຂອງຫວຽດນາມ ໃນໄລຍະວັນທີ 25-26 ກັນຍາ 2025 ແລະ ຈະອ່ອນກຳລັງລົງເປັນພາຍຸດີເປຣສຊັນ ພັດເຂົ້າສູ່ ສປປ ລາວ ລະຫວ່າງວັນທີ 26 ກັນຍາ 2025 ນີ້.
