ໄລຍະ 5 ປີຜ່ານມາ ແຂວງໄຊສົມບູນສາມາດແກ້ໄຂບັນຫາຢາເສບຕິດ 179 ຄະດີ ຈັບຕົວຜູ້ຕ້ອງຫາໄດ້ 255 ຄົນ
ສະຫາຍ ພົຈວ ໝອນຄໍາ ດວງສະຫວັນ ກຳມະການພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊສົມບູນ ຄັ້ງທີ II ວັນທີ 10 ກັນຍາ 2025 ຜ່ານມານີ້ວ່າ:
ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ ຊຶ່ງສາມາດແກ້ໄຂຄະດີຢາເສບຕິດທັງໝົດ 179 ລາຍ, ກັກຕົວຜູ້ຖືກຫາ 255 ຄົນ ຍິງ 41 ຄົນ, ຢຶດຂອງກາງຢາເສບຕິດປະເພດຢາບ້າ 171,720 ເມັດ, ທຳລາຍສວນຢາຝິ່ນໄດ້ 6.4 ເຮັກຕາ, ແກ້ໄຂບັນຫາອຸບັດເຫດໄດ້ທັງໝົດ 563 ລາຍ, ມີຜູ້ໄດ້ຮັບບາດເຈັບ 793 ຄົນ, ເສຍຊີວິດ 68 ຄົນ, ພາຫະນະເປ່ເພ 843 ຄັນ, ມູນຄ່າເສຍຫາຍ 16 ຕື້ກວ່າກີບ; ກວດກາພົບເຫັນພົນລະເມືອງຍົກຍ້າຍເຂົ້າ-ອອກບໍ່ຖືກຕ້ອງຕາມກົດໝາຍ 805 ຄອບ ຄົວ, 14,782 ຄົນ ຍິງ 8,250 ຄົນ.

