ແຕ່ງຕັ້ງທ່ານ ວຽງສະຫວັນ ພັນທະລີ ເປັນປະທານສະພາທະນາຍຄວາມລາວ ຄົນໃໝ່

ວັນທີ 19 ກັນຍາ 2025 ຜ່ານມານີ້ ສະພາທະນາຍຄວາມລາວ ໄດ້ຈັດພິທີມອບ-ຮັບໜ້າທີ່ ຂອງປະທານສະພາທະນາຍຄວາມ ລາວ ລະຫວ່າງ ທ່ານ ວໍລັດສະໝີ ສຸ ລິປະພັນ (ຜູ້ເກົ່າ) ແລະ ທ່ານ ວຽງສະຫວັນ ພັນທະລີ (ຜູ້ໃໝ່) ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າກົມ,​ ຮອງກົມ, ຕາງໜ້າຈາກອົງການຈັດຕັ້ງລັດ, ສະມາຊິກສະພາບໍລິຫານ ແລະ ສະມາຊິກສະພາທະນາຍຄວາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ທິບພະສອນ ຫຼວງອາໄພ ຫົວໜ້າຫ້ອງການ ສະພາທະນາຍຄວາມລາວ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍ ການຮັບຮອງເອົາຄະນະບໍລິຫານງານ, ຄະນະປະຈຳ ແລະ ຄະນະກວດກາ ສະພາທະນາຍຄວາມລາວ ຊຸດທີ IX ສະບັບ​ເລກທີ 1186/ກຍ, ລົງ​ວັນ​ທີ 3 ກັນຍາ 2025, ຕົກລົງ ມາດຕາ 1 ຮັບຮອງເອົາຄະນະບໍລິຫານງານ, ຄະນະປະຈໍາ ແລະ ຄະນະກວດກາ ສະພາທະນາຍຄວາມລາວ ສະໄໝທີ IX, ຄະນະບໍລິຫານງານສະພາທະນາຍຄວາມລາວຊຸດທີ IX ປະກອບມີ 15 ທ່ານ ຊຶ່ງມີຄະນະປະຈໍາ, ປະທານ ແລະ ຮອງປະທານປະກອບມີ 5 ທ່ານ, ໃນນັ້ນ, ໄດ້ຮັບຮອງເອົາຄະນະປະທານສະພາທະນາຍຄວາມຊຸດໃໝ່ 3 ທ່ານ ປະກອບດ້ວຍ ທ່ານ ວຽງສະຫວັນ ພັນທະລີ ເປັນປະທານສະພາທະນາຍຄວາມ ລາວ, ທ່ານ ບຸນຍະສິດ ດາວປະສິດ ເປັນຮອງປະທານສະພາທະນາຍຄວາມ ລາວ ແລະ ທ່ານ ບຸນຕາ ສ.ຜາບມີໄຊ ເປັນຮອງປະທານສະພາທະນາຍຄວາມ ລາວ ແລະ ຄະນະກວດກາ 5 ທ່ານ, ໃນນັ້ນ ທ່ານ ນາງ ລໍາເງິນ ຄັດສະຫວ່າງ ປະທານກວດກາ; ທ່ານ ຫຼ້າ ມັດທະວົງ ຮອງປະທານກວດກາ ແລະ ທ່ານ ນາງ ສີທະໜອມ ທອນມຸນຕີ ຮອງປະທານກວດກາ.

ທີ່ມາ: ປະຊາຊົນ