ສົກສຶກສາ 2024-2025 ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) 64 ຄົນ

ວັນທີ 20 ກັນຍາ 2025 ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດການສຶກສາປະຈໍາສົກສຶກສາ 2024-2025 ໂດຍການ ເຂົ້າຮ່ວມ ແລະ ມອບປະກາສະນີຍະບັດ ຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສົກສຶກສາ 2024-2025 ມະຫາວິທະຍາໄລແຫ່ງຊາດ ມີຜູ້ຈົບການສຶກສາທັງໝົດ 3,352 ຄົນ, ຍິງ 1,686 ຄົນ ເທົ່າກັບ 50,3% ໃນນີ້, ຈົບປະລິນຍາເອກ 5 ຄົນ, ຍິງ 1 ຄົນ, ປະລິນຍາໂທ 377 ຄົນ, ຍິງ 147 ຄົນ, ປະລິນຍາຕີ 2,970 ຄົນ, ຍິງ 1,538 ຄົນ ແລະ ລະດັບອະນຸປະລິນຍາ 4 ຄົນ. ໃນນີ້, ເປັນນັກສຶກສາຕ່າງປະເທດ 63 ຄົນ, ພະສົງ 66 ອົງ ແລະ ພິເສດມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) 64 ຄົນ, ຍິງ 38 ຄົນ.

ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດໂອ້ລົມວ່າ ໂດຍຄຽງຄູ່ກັບຜົນງານ ແລະໝາກຜົນປະຕິບັດໄດ້ດັ່ງກ່າວ ໃນຊຸມປີຕໍ່ໜ້າ ບັນດາສະຫາຍທັງໝົດຄວນເອົາໃຈ ໃສ່ຕໍ່ວຽກຈຸດສຸມດັ່ງນີ້:

  • ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີ່ຕິດພັນກັບຂະແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະຮັບໃຊ້ໃຫ້ສັງຄົມຕົວຈິ່ງ.
  • ຍົກສູງຄຸນນະພາບການສຶກສາ-ກີລາ ເພື່ອພັດທະນາຊັບພະຍາກອນມະນຸດ ທັງດ້ານປະສິດທິພາບ ປະສິດທິຜົນ ຫຼີກລ້ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໃດ້ແຕ່ໃບປະກາສະນີຍະບັດເທົ່ານັ້ນ.
  • ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດ ຈາກຄູ ຈາກຜູ້ອາວຸໂສບຳນານ ສ້າງຕົນໃຫ້ກາຍເປັນ ຜູ້ທີ່ມີຄຸນທາດດ້ານການເມືອງໜັກ ແໜ້ນ ຄຽງຄູ່ກັບດ້ານວິຊາການເກັ່ງ.
  • ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນໃສ່ຮັບໃຊ້ການສິດສອນພາສາອັງກິດກາຍເປັນພາສາທີສອງຈຶ່ງສາມາດຮັບປະກັນທຽບເທົ່າສາກົນ.
  • ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ກໍໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດເທົ່ານັ້ນ.
  • ເອົາໃຈໃສ່ວຽກງານພົວພັນການຕ່າງປະເທດ ຮູບແບບເປີດກ້ວາງ ຕາມນະໂຍບາຍພົວພັນການຕ່າງປະເທດຂອງລັດຖະບານ ແລະຮັບປະກັນຄວາມປອດໄພຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ສະຖາບັນຕົນ.
  • ການກໍ່ສ້າງຊັບພະຍາກອນມະນຸດໃຫ້ເລັ່ງໃສ່ສາຂາວິຊາທີ່ປະເທດເຮົາຕ້ອງການພັດທະນາ ເປັນຕົ້ນແມ່ນ: ພາສາອັງກິດ, ການກະເສດ, ວິທະຍາສາດທຳມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະສິ່ງແວດລ້ອມ ແລະຄະນະອື່ນໆ.
  • ສືບຕໍ່ປະຕິບັດແຜນພັດທະນາ ມຊ ແຕ່ປີ 2026 ຮອດປີ 2030 ຕາມສະພາວະ ແລະທ່າແຮງໃຫ້ມີທ່າກ້າວກວ່າຊຸມປີຜ່ານມາ.
  • ຫ້ມີຄວາມອຸ່ນອ່ຽງທຸ່ນທຽງ ປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະໃນຊ່ວງການປັບປຸງກົງຈັກການຈັດຕັ້ງຂອງແຕ່ລະພາກສ່ວນ ພາຍໃນມະຫາວິທະຍາໄລແຫ່ງຊາດ.
  • ເອົາໃຈໃສສະກັດກັ້ນ ແລະຕ້ານປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຂົງເຂດການສຶກສາ ຕິດພັນກັບການອານຸລັກວັດທະນະທໍາຂອງຊາດ.

ຂ້າພະເຈົ້າເຊື່ອໝັ້ນວ່າ ຄະນະຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທຸກໆຄົນທີ່ໄດ້ເຂົ້າຮ່ວມໃນມື້ນີ້ ຈະຕັ້ງໜ້າກໍ່ສ້າງຕົນເອງ ໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງພັກ ແລະລັດ, ເປັນລັດຖະກອນ, ເປັນນັກພັດທະນາ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຄົາລົບ ແລະປະຕິບັດກົດໝາຍ-ລະບຽບວິໄນ ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ີການເມືອງຂອງຕົນໃນຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດເປັນຢ່າງດີ.

ທີ່ມາ: ກະດານຂ່າວ ມຊ-Kadankao