ຄົນເລ່ລ່ອນ ທີ່ຖືກທຳຮ້າຍຮ່າງກາຍ ມີບາດແຜຫລາຍຈຸດ ພົນລະເມືອງດີຊ່ວຍນຳສົ່ງໄປໂຮງໝໍແລ້ວ
ວັນທີ 19 ກັນຍາ 2025 ເກີດເຫດ ຊາຍໄວກາງຄົນໃຊ້ໄມ້ທຳຮ້າຍຮ່າງກາຍ ຄົນເລ່ລ່ອນ ຢູ່ເສັ້ນທາງເຂດບ້ານຂົວຫລວງ ເມືອງຈັນທະບູລີນະຄອນຫລວງວຽງຈັນ. ສ່ວນສາເຫດຍັງບໍ່ມີຂໍ້ມູນທີ່ຊັດເຈນ.
ຢ່າງໃດກໍຕາມ ບຸກຄົນທີ່ຖືກທຳຮ້າຍຮ່າງກາຍ ໄດ້ຮັບການຊ່ວຍເຫລືອແລ້ວ ໂດຍພົນລະເມືອງດີໄດ້ນຳສົ່ງໄປກວດເຊັກຮ່າງກາຍຢູ່ໂຮງໝໍ 5 ເມສາ, ຜົນກວດອາການເບື້ອງຕົ້ນແມ່ນຜູ້ກ່ຽວໄດ້ຮັບບາດເຈັບພາຍນອກຫລຸດຈຸດ ມີບາດແຜຢູ່ ຫລັງ, ຫົວ, ແອວ ແລະ ມືໃຄ່ບວມ ສ່ວນອາການທາງໃນບໍ່ເບື້ອງຕົ້ນປອດໄພ ແຕ່ຍັງຕ້ອງໄດ້ຕິດຕາມອາການຕື່ມ.
ຜູ້ຖືກທຳຮ້າຍຮ່າງກາຍຊື່ ນາງ ພູຄຳ “ໜ້ວຍ” ອາຍຸ 40ປີ, ເປັນຄົນບໍ່ເຕັມ ປັດຈຸບັນນອນປິ່ນປົວຢູ່ໂຮງໝໍ 5 ເມສາ.

