ສານປະຊາຊົນແຂວງວຽງຈັນ ຕັດສິນປະຫານຊີວິດ 2 ຄົນ ແລະ ຕະຫລອດຊີວິດ 1 ຄົນ ຂໍ້ຫາຄ້າຂາຍຢາບ້າ

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 18 ກັນຍາ 2025 ຜ່ານມານີ້, ສານປະຊາຊົນ ແຂວງວຽງຈັນ ຕັດສິນຈຳເລີຍ 5 ຄົນ, ຍິງ 1 ຄົນ ຄື:

  • ທ້າວ ຮາຢ່າງ ອາຍຸ 34 ປີ ອາຊີບເຮັດໄຮ່ ຢູ່ບ້ານ ນາຊູ ເມືອງກາສີ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 14 ກໍລະກົດ 2023 ຂໍ້ຫາຄ້າຂາຍຢາເສບຕິດມີຂອງກາງ ຢາບ້າ 12,800 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ຈຳເລີຍ ຈຳຄຸກຕະຫລອດຊີວິດ ປັບໃໝ 500 ລ້ານກີບ.
  • ທ້າວເຢັ້ງຢ່າງ ອາຍຸ 50 ປີ ອາຊີບຊາວນາ ແລະ ນາງ ມາລີ ອາຍຸ 45 ປີ ອາຊີບ ຊາວນາ ຢູ່ບ້ານ ນາຊູ ເມືອງກາສີ ແຂວງວຽງຈັນ ທັງ 2 ຄົນເປັນຜົວເມຍກັນ ຖືກກັກຕົວຄັ້ງວັນທີ 14 ກໍລະກົດ 2023 ຂໍ້ຫາຄ້າຂາຍຢາເສບຕິດ ມີຂອງກາງຢາບ້າ 63,836 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດປະຫານຊີວິດ ຈຳເລີຍທັງ 2 ຄົນ.
  • ທ້າວຄໍາໃບ ອາຍຸ 36 ປີ, ອາຊີບກໍາມະກອນ ບ້ານນາຫວ້າ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 25 ເມສາ 2024 ຂໍ້ຫາ ການລັກຊັບ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ຈຳເລີຍ 3 ປີ ປັບໃໝ 5 ລ້ານກີບ.
  • ທ້າວໃຈປະສົງ (ລິດ) ອາຍຸ 62 ປີ ອາຊີບກຳມະກອນ ຢູ່ບ້ານອຸດົມໄຊ ເມືອງພະລານໄຊ ແຂວງສະຫວັນນະເຂດ ຖືກກັກຕົວຄັ້ງວັນທີ 23 ກັນຍາ 2024 ຂໍ້ຫາ ການສໍ້ໂກງຊັບ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫລະພາບ ຈຳເລີຍ 3 ປີ ປັບໃໝ 5 ລ້ານກີບ.

ທີ່ມາ: Viengchan Police news