ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ( FOXAi Lao Technology Co.Ltd ) ແລະ ທະນາຄານຮ່ວມທຶນລາວ ຫວຽດ (Lao-Viet Bank)
ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ( FOXAi Lao Technology Co.Ltd ) ແລະ ທະນາຄານຮ່ວມທຶນລາວ ຫວຽດ (Lao-Viet Bank) ເປີດພິທີດຳເນີນໂຄງການລະບົບບໍລິຫານປະສິດທິພາບ KPI ສໍາລັບທີມງານທຸລະກິດ
ວັນທີ 15 ກັນຍາ 2025 ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ຮ່ວມກັບ ທະນາຄານຮ່ວມທຶນລາວ–ຫວຽດ (Lao-VietBank) ໄດ້ຈັດພິທີເປີດຕົວໂຄງການສ້າງລະບົບບໍລິຫານປະສິດທິພາບ (KPI) ສໍາລັບພະນັກງານທຸລະກິດ. ນີ້ເປັນໜຶ່ງໃນໂຄງການ IT ທີ່ມີຄວາມສໍາຄັນຍຸດທະສາດ ເພື່ອຍົກລະດັບການບໍລິຫານ, ເພີ່ມປະສິດທິພາບການເຮັດວຽກ ແລະ ປັບປຸງການຈັດການ KPI ໃນການດໍາເນີນງານທະນາຄານໃນລາວ. ພິທີເປີດຕົວໂຄງການດັ່ງກ່າວ ມີການເຂົ້າຮ່ວມຂອງຄະນະນຳຈາກທັງສອງຝ່າຍ:
• ຝ່າຍ ທະນາຄານລາວ-ຫວຽດ
ທ່ານ ວົງເດືອນ ຢາຍົງໄກ ຮອງຜູ້ອໍານວຍການໃຫຍ່
ທ່ານ ວຽງວິໄລ ແສງຄຳຍອງ ຮອງຜູ້ອໍານວຍການໃຫຍ່
ທ່ານ ສົມມີ ວົງສຸລິນ ຮອງຜູ້ອໍານວຍການໃຫຍ່
• ຝ່າຍ ບໍລິສັດ ຟອກເອໄອ: ມີທ່ານ: ຮາ ກ໋ວກແທກ (Hà Quốc Thạch) – ປະທານບໍລິສັດ;
ທ່ານ ເລ ວຽດເຈືອງ (Lê Viết Trường) – ຜູ້ອໍານວຍການໃຫຍ່; ທ່ານ ກະລຸນາ ແກ້ວລະຄອນ – ຜູ້ອໍານວຍການ ຟອກເອໄອລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ທະນາຄານຮ່ວມມືລາວ-ຫວຽດ ແມ່ນໜຶ່ງໃນທະນາຄານທີ່ໃຫຍ່ ແລະ ມີການພັດທະນາໃນລາວ. ດ້ວຍຄວາມຕ້ອງການທີ່ເພີ່ມຂຶ້ນຈາກຕະຫຼາດ ແລະ ຈາກພາຍໃນ, ການສ້າງລະບົບບໍລິຫານປະສິດທິພາບ ສໍາລັບພະນັກງານທຸລະກິດ ແມ່ນຂັ້ນຕອນທີ່ສໍາຄັນເພື່ອ:
• ຍົກລະດັບຄວາມສາມາດໃນການບໍລິຫານ, ຊ່ວຍໃຫ້ຄະນະນໍາສາມາດຕິດຕາມກວດກາໄດ້ງ່າຍ ແລະ ສາມາດຕີລາຄາ ແລະ ຕັດສິນໃຈໄດ້ຢ່າງຊັດເຈນ ໂດຍອີງໃສ່ຂໍ້ມູນຂອງລະບົບ KPI
• ຊ່ວຍຄຸ້ມຄອງຄວາມສ່ຽງ, ຮັບປະກັນຄວາມໂປ່ງໃສ, ຫຼຸດຜ່ອນຂໍ້ຜິດພາດ ແລະ ແກ້ໄຂບັນຫາໄດ້ທັນເວລາ.
• ກໍານົດຍຸດທະສາດການພັດທະນາທຸລະກິດ ອີງໃສຂໍ້ມູນປະສິດທິພາບຕົວຈິງ ເພື່ອກໍານົດເປົ້າໝາຍ KPI ໃຫ້ສອດຄ່ອງກັບທິດທາງລວມຂອງທະນາຄານ.
ເຫດຜົນທີ່ເລືອກ FOXAi
ຫຼັງຈາກການຕີລາຄາປະເມີນຢ່າງລະອຽດຂອງຜູ້ຮັບເໝົາກ່ຽວກັບລະບົບບໍລິຫານທະນາຄານ ແລະ ລະບົບ KPI ໃນຂອບເຂດ ແລະ ພາກພື້ນ, Lao VietBank ໄດ້ຕັດສິນໃຈເລືອກ FOXAi ເປັນຜູ້ຈັດຫາລະບົບ KPI ດ້ວຍເຫດຜົນ:
• FOXAi ມີປະສົບການຫຼາຍໃນການຕິດຕັ້ງ ERP, SAP, ການຈັດການ ແລະ ການວິເຄາະຂໍ້ມູນໃນຂະແໜງ ການທາງການເງິນ – ທະນາຄານ.
• ເທັກໂນໂລຊີຂອງ FOXAi ຖືກປະເມີນວ່າ ເຊື່ອຖືໄດ້, ຂະຫຍາຍໄດ້ ແລະ ຕອບສະໜອງຄວາມຕ້ອງການຂອງ LaovietBank ທັງປະຈຸບັນ ແລະ ໃນອະນາຄົດ.
• FOXAi ບໍ່ພຽງແຕ່ສະໜອງເທັກໂນໂລຊີ, ແຕ່ຍັງຊ່ວຍໃນການວາງນະໂຍບາຍ KPI ແລະ ຂະບວນການບໍລິຫານພາຍໃນ ເພື່ອສ້າງພື້ນຖານການພັດທະນາຢ່າງຍືນຍົງ.
• ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ( FOXAi Lao Technology Co.Ltd ) ມີສໍານັກງານຕັ້ງຢູ່ ຊັ້ນ 6 ອາຄານທະນາຄານຫວຽດຕິນ ເລກທີ 286 ຖະໜົນລ້ານຊ້າງ ບ້ານຫັດສະດີ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ດ້ວຍຂໍ້ສະດວກທີ່ບໍລິສັດ ເທັກໂນໂລຊີ ໄດ້ຮັບການສ້າງຕັ້ງ ແລະ ດຳເນີນທຸລະກິດຢູ່ລາວ, ບໍລິສັດ ຟອກເອໄອ ລາວ ຈຶ່ງເຂົ້າໃຈລັກສະນະສະເພາະດ້ານວັດທະນາທຳ ຮີດຄອງປະເພນີ ແລະ ຮູບແບບການດຳເນີນທຸລະກິດ, ການຕະຫຼາດຂອງທ້ອງຖີ່ນລາວ, ຕໍ່ບັນຫາດັ່ງກ່າວ ຊ່ວຍໃຫ້ ບໍລິສັດຟອກເອໄອລາວ ບໍ່ພຽງແຕ່ນຳໃຊ້ເທັກໂນໂລຊີທີ່ທັນສະໄໝ ຍັງເປັນການຮັບປະກັນໃຫ້ຜູ້ນຳໃຊ້ໄດ້ວ່ອງໄວ ເໝາະສົມ ແລະ ຄຽງຄູ່ກັບວັດທະນາທຳລາວ ຈຶ່ງເຮັດໃຫ້ທາງເລືອກທີ່ໜ້າຖືຂອງທະນາຄານລາວ-ຫວຽດ
ຂໍ້ມູນເພີ່ມຕື່ມ: https://fox.ai.vn/ Facebook: fox.ai.vn
ຜົນປະໂຫຍດທີ່ຄາດໝາຍ
ເມື່ອໂຄງການນີ້ສໍາເລັດ, ຈະມີຜົນປະໂຫຍດທີ່ຊັດເຈນ:
1. ປັບປຸງປະສິດທິພາບທຸລະກິດ: ພະນັກງານທຸລະກິດຈະມີຕົວຊີ້ວັດ KPI ຊັດເຈນ ແລະ ຕິດຕາມໄດ້ຕະຫຼອດເວລາ.
2. ຍົກລະດັບການບໍລິຫານ: ຄະນະບໍລິຫານມີເຄື່ອງມືຕິດຕາມ ແລະ ວິເຄາະຜົນການດໍາເນີນງານ ເພື່ອຕັດສິນໃຈໄດ້ຖືກຕ້ອງ.
3. ຄຸ້ມຄອງຄວາມສ່ຽງ: ການຕິດຕາມ KPI ຊ່ວຍຄົ້ນພົບຈຸດອ່ອນ ແລະ ຫຼຸດຜ່ອນຄວາມສ່ຽງດ້ານການດໍາເນີນງານ ແລະ ຕະຫຼາດ.
4. ຍຸດທະສາດລະຍະຍາວ: ລະບົບ KPI ຈະເປັນພື້ນຖານໃຫ້ LaovietBank ກໍານົດເປົ້າໝາຍ ແລະ ຂະຫຍາຍຕະຫຼາດ.
ຄໍາໝັ້ນສັນຍາຈາກ FOXAi
ໃນພິທີເປີດຕົວໂຄງການ, ທ່ານ ເລ ວຽດເຈືອງ – ຜູ້ອໍານວຍການໃຫຍ່ FoxAI ໄດ້ຢັ້ງຢືນວ່າ: ນີ້ແມ່ນໂຄງການທີ່ຟອກເອໄດ້ໄດ້ໃຊ້ ລະບົບຕົວຊ່ວຍໂຄງການ AI ຂອງຜະລິດຕະພັນ FOXAi Native ເຂົ້າໃນການສຳຫຼວດ ໂຄງການໂດຍໃຫ້ສັນຍາຈະນຳເອົາບໍລິການທີ່ມີຄຸນນະພາບສູງສຸດ ແລະ ການຮ່ວມມືໄລຍະຍາວກັບທະນາຄານລາວ-ຫວຽດ ໂຄງການວາງລະບົບ KPI ນີ້ບໍ່ແມ່ນພຽງແຕ່ການຕິດຕັ້ງລະບົບເທັກໂນໂລຊີ, ແຕ່ຍັງເປັນໂຄງການທີ່ປຶກສາດ້ານການສ້າງພື້ນຖານນະໂຍບາຍຄຸ້ມຄອງພາຍໃນທີ່ໝັ້ນຄົງ ເພື່ອຊ່ວຍໃຫ້ Lao-Viet Bank ກາຍເປັນທະນາຄານທີ່ມີປະສິດທິພາບ ມາດຕະຖານລະດັບສາກົນ.
ຂໍ້ສະຫຼຸບ: ການຮ່ວມມືລະຫວ່າງ ບໍລິສັດ ເທັກໂນໂລຊີ ຟ໋ອກເອໄອ ລາວ ແລະ ທະນາຄານ ລາວ-ຫວຽດ ໃນໂຄງການບໍລິຫານ KPI ແມ່ນບາດກ້າວທີ່ສຳຄັນໃນຂະແໜງທະນາຄານຢູ່ລາວ ໃນສະພາບການປະຈຸບັນ ໂຄງການຈະບໍ່ພຽງປັບປຸງລະບົບທຸລະກິດໃນສະເພາະໜ້າ ແຕ່ຍັງຈະເປັນການສ້າງພື້ນຖານການການຄຸ້ມຄອງບໍລິການທຸລະກິດທີ່ຢາວນານ ເພື່ອໃຫ້ການພັດທະນາທີ່ຢັ້ງຢືນ ເພີ່ມກຳລັງທຸລະກິດທີ່ເຂັ້ມແຂງໃນອະນະຄົດ.
FOXAi and LaovietBank Officially Launch the KPI Performance Management System Project for the Sales Team
Vientiane, September 15, 2025 — FoxAI Technology Co., Ltd. together with Lao-Viet Joint Venture Bank (LaovietBank) officially launched the KPI Performance Management System Project dedicated to the bank’s sales staff. This is one of the strategic IT initiatives aimed at strengthening management capacity, improving work efficiency, and optimizing KPI performance in banking operations in Laos.
Attendees
The kickoff ceremony was honored with the presence of senior leaders from both organizations:
• LaovietBank: Mr. Vongdeuane YAYONGKAI – Deputy CEO; Mr. Viengvilay SENGKHAMYONG – Deputy CEO; Ms. Sommy VONGSOULIN – Deputy CEO.
• FOXAi: Mr. Ha Quoc Thach – Chairman; Mr. Le Viet Truong – CEO; Mr. Kalouna Keolakhone – Managing Director of FoxAI Laos,…
Purpose & Significance
LaovietBank is currently one of the leading and fast-growing banks in Laos. Faced with rising demands from both the market and internal operations, establishing a KPI performance management system for sales staff marks an important step to:
• Strengthen management and operations, enabling leadership to easily monitor, evaluate, and make decisions based on specific KPI indicators.
• Support risk management, ensuring transparency, minimizing errors, and promptly detecting and addressing issues arising during business operations.
• Strategically plan business development based on actual performance data, thereby setting appropriate goals and KPI targets aligned with the bank’s strategic direction.
Why LaovietBank Chose FOXAi
After a rigorous evaluation of solution providers in the Southeast Asian region, LaovietBank selected FOXAi as its KPI solutions partner. The key reasons include:
• Extensive experience: FOXAi has a proven track record in implementing enterprise management solutions, SAP systems, and data management & analytics for the financial and banking sector.
• Reliability & scalability: FOXAi’s solutions are recognized for their reliability, scalability, and ability to meet both current and future requirements of LaovietBank.
• Beyond technology: FOXAi not only provides technology but also offers consulting on KPI policies and internal governance processes to ensure sustainable growth.
• Local presence in Laos: FOXAi Lao Co., Ltd. is headquartered on the 6th Floor, VietinBank Building, No. 286 Lanexang Road, Hatsadinua, Chanthabounly District, Vientiane Capital, Laos. As a technology company established and operating in Laos, FOXAi Lao has a deep understanding of local culture, practices, and market dynamics. This allows FOXAi not only to deliver advanced technology solutions but also to provide fast, user-friendly support aligned with the cultural context of Laos, making it a trusted choice for LaovietBank.
Expected Benefits
Once successfully implemented, the project is expected to bring significant benefits:
1. Optimize sales performance: Sales staff will have clear, measurable KPIs that can be continuously tracked.
2. Enhance banking management: Executives will be equipped with tools to monitor and analyze business results, enabling timely and accurate decision-making.
3. Support risk management: KPI tracking will help identify weaknesses in operations, minimizing operational, credit, and market risks.
4. Enable long-term strategy: The KPI system will serve as the foundation for LaovietBank to define strategic objectives, expand market reach, and strengthen its competitive advantage.
Commitment from FOXAi
Speaking at the ceremony, Mr. Le Viet Truong – CEO of FOXAi – affirmed that this project integrates the AI-powered Project Assistant feature of FOXAi Native into the implementation process, with a strong commitment to delivering the highest service quality and long-term partnership with LaovietBank. The KPI performance management system project is not only a technological implementation but also a journey to build a

