ມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 11 ກັນຍາ 2025 ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ (ຜູ້ເກົ່າ) ແລະ ພັອ ດວງຈັນ ໄຊວຸດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ, ພ້ອມດ້ວຍພະນັກງານບັນຊາຂັ້ນຫ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 ໃນພິທີ, ພັອ ບຸນເພັງ ສັນທະລາພອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະຫຼຸບຕີລາຄາຜົນງານການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະພັກ ກອງບັນຊາການ ປກສ ແຂວງອຸດົມໄຊ ຕະຫຼອດໄລຍະຜ່ານມາ, ຍົກໃຫ້ເຫັນສະພາບຈຸດພິເສດໂດຍລວມ, ການຄຸ້ມຄອງນໍາພາ-ຊີ້ນຳວຽກງານວິຊາສະເພາະ, ວຽກງານກໍ່ສ້າງພັກກໍ່ສ້າງກໍາລັງ ຕິດພັນກັບ ການກໍ່ສ້າງພະລາກັບທີ່, ສ້າງເສດຖະກິດກົມກອງມີບາດກ້າວເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ກໍຄື ການຕ້ານ ແລະ ສະກັດກັ້ນແກ້ໄຂສະພາບປະກົດການຫຍໍ້ທໍ້ຢູ່ໃນສັງຄົມຢ່າງຈິງຈັງ ເຮັດໃຫ້ສະພາບພາຍໃນແຂວງ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ບັນດາທິດທາງແຜນການວຽກງານຈຸດສຸມທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.

 ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ, ໂດຍມີ ທ່ານ ບຸນຄົງ ຫຼ້າຈຽມພອນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເປັນສັກຂີພະຍານ.

ທີ່ມາ: ໜັງສືພິມຄວາມສະຫງົບ