ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳເຂົ້າສານ 1,050 ໂຕນ ແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພພິບັດ ຢູ່ 12 ແຂວງ
ວັນທີ 16 ກັນຍາ 2025 ທີ່ນະຄອນຫລວງວຽງຈັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ນຳເຂົ້າສານອອກຈາກຄັງແຮເຂົ້າສຸກເສີນອາຊຽນ+3 ຈຳນວນ 1,050 ໂຕນ ເພື່ອແຈກຢາຍໃຫ້ປະຊາຊົນຜູ້ປະສົບໄພພິບັດຈາກພາຍຸໃຕ້ຝຸ່ນວູທິບ ແລະ ວິພາ ຢູ່ ສປປ ລາວ.
ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ກະຊວງ ຮສສ ໃນນາມເປັນຜູ້ຈັດຕັ້ງປະຕິບັດແຈກຢາຍເຂົ້າສານຈາກຄັງແຮເຂົ້າສຸກເສີນອາຊຽນ+3 ເພື່ອແຈກຢາຍໃຫ້ແກ່ຜູ້ປະສົບໄພພິບັດ ຢູ່ ສປປ ລາວ ທີ່ໄດ້ຮັບຈາກລັດຖະບານ ກໍຄືປະຊາຊົນຂອງປະເທດ ສ ເກົາຫຼີ, ສປ ຈີນ ແລະ ຍີ່ປຸ່ນ ໃຫ້ການສະໜັບສະໜູນຊ່ວຍເຫຼືອຜ່ານໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ປະຈໍາປີ 2024 ທີ່ ສປປ ລາວ ເປັນເຈົ້າພາບຄຸ້ມຄອງຮັກສາເຂົ້າຈໍານວນທັງໝົດ 3,800 ໂຕນ, ຈາກລັດຖະບານ ສ ເກົາຫຼີ ຈຳນວນ 3,000 ໂຕນ, ສປ ຈີນ 500 ໂຕນ ແລະ ຍີ່ປຸ່ນ 300 ໂຕນ. ໂຄງການຄັງແຮເຂົ້າສຸກເສີນອາຊຽນ+3, ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນຫຼາຍທີ່ສຸດຕໍ່ກັບບັນດາປະເທດສະມາຊິກອາຊຽນ ທີ່ໄດ້ນໍາໃຊ້ເຂົ້າສານດັ່ງກ່າວເພື່ອຮັບມືກັບໄພພິບັດສຸກເສີນລວມໄປເຖິງການແກ້ໄຂຊີວິດການເປັນຢູ່ຂອງຜູ້ດ້ອຍໂອກາດທີ່ທຸກຍາກໃຫ້ໄດ້ຮັບການພັດທະນາຊີວິດການເປັນຢູ່ດີຂຶ້ນ.
ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວຕື່ມວ່າ: ໃນໄລຍະເດືອນກໍລະກົດ – ເດືອນສິງຫາ 2025 ສປປ ລາວ ກໍເປັນປະເທດໜຶ່ງ ທີ່ໄດ້ຜົນກະທົບຈາກພາຍຸໃຕ້ຝຸ່ນວຸດທິບ ແລະ ວິພາ ຊຶ່ງເຮັດໃຫ້ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຜົນກະທົບໜັກທາງດ້ານພື້ນຖານໂຄ່ງລ່າງຄົມມະນາຄົມ, ເນື້ອທີ່ທຳການຜະລິດ, ໂຮງຮຽນ, ເຮືອນຊານ, ຊັບສິນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ອີງຕາມການປະເມີນຂອງຄະນະກຳມະການຄຸ້ມຄອງໄພພິບັດຮ່ວມກັບເຄືອຂ່າຍອົງການຊ່ວຍເຫຼືອດ້ານມະນຸດ IASC, ຄາດຄະເນຄວາມຕ້ອງການຟື້ນຟູສຸກເສີນ ແລະ ໄລຍະຍາວປະມານທັງໝົດ 1,012 ກວ່າຕື້ກີບ, ສໍາລັບການຕອບໂຕ້ສຸກເສີນ ລັດຖະບານ ສປປ ລາວ ໄດ້ຮັບການສະໜັບສະໜູນການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ດ້ານເຂົ້າສານ ໄດ້ຮັບການອະນຸມັດຈາກໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 (APTEER) ຈໍານວນ 1,050 ໂຕນ.
ໂດຍໄດ້ເລີ່ມຈັດສົ່ງໄປຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມ ຢູ່ 12 ແຂວງຄື: ຜົ້ງສາລີ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງສາລະວັນ. ສໍາລັບການຟື້ນຟູ ກະຊວງ ຮສສ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈະໄດ້ສືບຕໍ່ສະເໜີຂໍນໍາໃຊ້ເຂົ້າທີ່ຍັງເຫຼືອ 2,750 ໂຕນ, ຊຶ່ງເຂົ້າຊ່ວຍເຫຼືອທັງໝົດນີ້ ຈະສາມາດຕອບສະໜອງໃຫ້ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດທີ່ທຸກຍາກ ປະມານ 316,667 ກວ່າຄົນ.
ທີ່ມາ: ໜັງສືພິມປະຊາຊົນ

