ສປປ ລາວ ສ້າງໂຄງການຊ່ວຍເຫລືອເດັກຂ້າງຖະໜົນ ເພື່ອປົກປ້ອງກຸ່ມເດັກ, ໄວໜຸ່ມ ແລະ ຄອບຄົວດ້ອຍໂອກາດ

ວັນທີ 15 ກັນຍາ 2025 ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການເພື່ອນມິດສາກົນປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການຊ່ວຍເຫລືອເດັກຂ້າງຖະໜົນ ແລະ ສ້າງບຸກຄະລາກອນບໍລິຫານໂຄງການແບບຍືນຍົງໃນ ສປປ ລາວໄລຍະ V ປີ (2025-2029 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງ ຮສສ, ມີແຂກຖືກເຊີນຈາກສູນກາງ, ແຂວງວຽງຈັນ, ອົງການເພື່ອນມິດສາກົນປະຈໍາລາວເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າປະກອບຄໍາເຫັນໃສ່ແຜນປະຕິບັດງານໂຄງການໂດຍເນັ້ນໃສ່ 3 ຈຸດປະສົງຫລັກຂອງໂຄງການຄື:

  1. ເພີ່ມທະວີການປົກປ້ອງເດັກນ້ອຍ, ໄວໜຸ່ມ ແລະ ຄອບຄົວທີ່ດ້ອຍໂອກາດຈາກທຸກຮູບແບບຂອງຄວາມສ່ຽງ ແລະ ການລ່ວງລະເມີດ ແລະ ເພີ່ມທະວີການສະໜອງບໍລິການປົກປ້ອງໂດຍກົງ
  2. ສະໜັບສະໜູນເດັກ ແລະ ໄວໜຸ່ມ ກາຍເປັນພົນລະເມືອງທີ່ມີປະສິດທິພາບຂອງສປປ ລາວ ໂດຍຜ່ານການສຶກສາ, ການຈ້າງງານ ແລະ ການເບິ່ງ ແຍງຄອບຄົວ
  3. ສ້າງຄວາມອາດສາມາດຂອງຄູ່ຮ່ວມງານ, ອົງການປົກຄອງທ້ອງຖິ່ນ, ຊຸມຊົນພາກສ່ວນກ່ຽວ ຂ້ອງຕ່າງໆ ແລະ ພະນັກງານໂຄງການໃຫ້ມີຄວາມສາມາດໃນການປົກປ້ອງເດັກ ແລະ ຄອບຄົວຈາກທຸກຄວາມສ່ຽງ.

ຕອນທ້າຍ ປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ສູນກາງຮອດທ້ອງຖິ່ນ ຈົ່ງຮ່ວມມື ຮ່ວມໃຈກັນຢ່າງກົມກຽວ ເພື່ອເຮັດໃຫ້ການປົກປ້ອງ ແລະ ຊ່ວຍເຫລືອເດັກນ້ອຍ, ໄວໜຸ່ມ ແລະ ຄອບຄົວທີ່ດ້ອຍໂອກາດ ລວມທັງການປ້ອງກັນ ແລະ ປົກປ້ອງການລ່ວງລະເມີດທຸກຮູບແບບ, ສ້າງເງື່ອນໄຂໃຫ້ທຸກຄົນເຂົ້າເຖິງການສຶກສາ ຫລື ການຈ້າງງານ, ການນໍາສົ່ງສູ່ການດູແລຂອງຄອບຄົວ ແລະ ສັງຄົມ ພ້ອມທັງເສີມຂະຫຍາຍການມີສ່ວນຮ່ວມຂອງບຸກຄົນໃນສັງຄົມໃຫ້ນັບມື້ຫລາຍຂຶ້ນ.

ທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ