ແຂວງຫລວງພະບາງ ເປີດບັ້ນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ
ວັນທີ 15 ກັນຍາ 2025 ນີ້ ແຂວງຫລວງພະບາງ ຈັດພິທີໂຮມຊຸມນຸມ ປະກາດບັ້ນດຳເນີນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ທີ່ແຂວງຫລວງພະບາງ ໂດຍມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ພ້ອມດ້ວຍພະນັກງານຫລັກແຫລ່ງຂັ້ນແຂວງ, ຂັ້ນເມືອງ, ນັກເດີນສໍາຫລວດພົນລະເມືອງທີ່ຢູ່ອາໄສ, ອົງການປົກຄອງບ້ານໃນເທສະບານ ນະຄອນ ຫລວງພະບາງ ເຂົ້າຮ່ວມ.
ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ ສໍາລັບບັນດາປະເທດທີ່ຢູ່ໃນພາກພື້ນ ແລະ ສາກົນ, ປະຊາກອນຢູ່ໃນໂລກນັບມື້ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນລະຫວ່າງປີ 1985 ຫາ 2025, ປະຊາກອນໂລກເພີ່ມຂຶ້ນຈາກປະມານ 4 ຕື້ຄົນ ເປັນປະມານ 8 ຕື້ຄົນ, ເຖິງວ່າອັດຕາການຂະຫຍາຍຕົວຂອງປະຊາກອນຈະຊ້າລົງກໍຕາມ, ແຕ່ສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າ ຂອງນະວັດຕະກໍາ ເຕັກໂນໂລຊີ ເຂົ້າໃນການດູແລສຸຂະພາບ, ການຜະລິດ-ການສະໜອງອາຫານທີ່ມີຄຸນນະພາບ ເຮັດໃຫ້ຊີວິດການເປັນຢູ່ໂດຍລວມແມ່ນດີຂຶ້ນ, ອັດຕາການຕາຍຕໍ່າ ແລະ ອາຍຸຍືນສະເລ່ຍເພີ່ມຂຶ້ນ. ການຄາດຄະເນຊີ້ໃຫ້ເຫັນວ່າປະຊາກອນໂລກຈະສືບຕໍ່ເພີ່ມຂຶ້ນ ແລະ ຄາດວ່າປະຊາກອນຈະບັນລຸປະມານ 8 ຕື້ຄົນ ໃນປີ 2030.
ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຕະຫລອດຮອດພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ, ຊາວຄ້າຂາຍ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ແຂວງຫລວງພະບາງ ໃນໄລຍະການດໍາເນີນການສໍາຫລວດ ຈົ່ງໃຫ້ການສະໜັບສະໜູນ ໃຫ້ການຮ່ວມມືຢ່າງຈິງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສໍາຫລວດໃນຄັ້ງນີ້ ພ້ອມທັງສະເໜີ ໃຫ້ບັນດາຄະນະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ ແລະ ອົງການປົກຄອງທຸກຂັ້ນ ຈົ່ງເອົາໃຈໃສ່ ໃນການນໍາພາ-ຊີ້ນໍາ ໃຫ້ຄວາມສະດວກ ແລະ ປະສານສົມທົບຢ່າງໃກ້ຊິດ ກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອໃຫ້ການຮ່ວມມື, ສ້າງເງື່ອນໄຂທີ່ເອື້ອອໍານວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນດໍາເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ໄດ້ຄວາມສະຫງົບ ຄວາມປອດໄພ 100%.

