ນະຄອນຫວງວຽງຈັນ-ພະນົມເປັນ ຕົກລົງເຫັນດີການຮ່ວມມື 5 ຂໍ້

ວັນທີ 14-16 ກັນຍາ 2025 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມຢາມ ເຮັດວຽກ ແລະ ສືບຕໍ່ເຊັນສັນຍານະຄອນມິດຕະພາບ ລະຫວ່າງ ນະຄອນ ຫລວງວຽງຈັນ ແລະ ນະຄອນຫຼວງພະນົມເປັນ ຢູ່ນະຄອນຫລວງພະນົມເປັນ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄວງ ຊະເຣງ ເຈົ້າຄອງນະຄອນ ຫລວງພະນົມເປັນ ຣາຊະອານາຈັກກຳປູເຈຍ.

ທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສະເໜີບາງທິດທາງ ການຮ່ວມມື ລະຫວ່າງ ສອງນະຄອນຫລວງ ດັ່ງນີ້:

  • ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ພະແນກການ ຂະແໜງການ ຂອງສອງນະຄອນ ຫລວງ ໃຫ້ໄດ້ການຮ່ວມມືກັນ ເປັນໂຄງການລະອຽດ ເຊັ່ນ: ການຮ່ວມມື ທາງດ້ານການຄ້າ, ການລົງທືນ, ວັດທະນາທຳ ແລະ ທ່ອງທ່ຽວ, ການຄຸ້ມຄອງບໍລິຫານຕົວເມືອງ, ການຄຸ້ມຄອງ ແລະ ສ້າງຄວາມເຂັ້ມແຂງທາງດ້ານການເງິນ ໃນຖານະເປັນນະຄອນຫລວງ ຂອງປະເທດ.
  • ສົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ ບັນດາທຸລະກິດ ຂອງ ສອງນະຄອນ ຫລວງ ເພື່ອໄປລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສອງນະຄອນຫລວງ.
  • ສືບຕໍ່ຊຸກຍູ້ ການຈັດກິດຈະກໍາຕ່າງໆ ຂອງສອງນະຄອນຫລວງ ທີ່ຈັດຂື້ນ ໂດຍການຈັດສົ່ງຄະນະຜູ້ແທນຂອງຕົນເຂົ້າຮ່ວມງານຕາມເງື່ອນໄຂຕົວຈິງ ຂອງສອງນະຄອນຫລວງ.
  • ໃນຖານະທີ່ສອງນະຄອນຫລວງ ກໍແມ່ນສະມາຊິກ ສະມາຄົມ AIMF ສະເໜີໃຫ້ພວກເຮົາຊ່ວຍ ສົ່ງເສີມບັນດາໂຄງການຕ່າງໆ ທີ່ພວກເຮົາໄດ້ຮັບການຊ່ວຍເຫລືອຈາກສະມາຄົມ ເຊິ່ງທາງນະຄອນຫລວງພະນົມເປັນກໍ່ໄດ້ເຫັນດີເປັນເອກະພາບຕໍ່ທິດທາງ ແລະ ຂໍ້ສະເໜີຂອງນະຄອນຫຼວງວຽງຈັນ ການຮ່ວມມືດັ່ງກ່າວແມ່ນໄດ້ຍົກລະດັບຄວາມສຳພັນໃຫ້ໝັ້ນຄົງຕະຫຼອດໄປ ແລະ ຖືການຮ່ວມມືຂອງສອງນະຄອນຫຼວງ ລ້ວນແລ້ວແຕ່ມີຜົນປະໂຫຍດອັນຍືນຍົງ ແລະ ຍາວນານ, ຊຶ່ງທັງສອງນະຄອນຫຼວງກໍໄດ້ມີການເຊັນການຮ່ວມມືນະຄອນ ມິດຕະພາບແຕ່ປີ 2014 ການຮ່ວມມືນັບມື້ນັບເພີ້ມຂຶ້ນເທື່ອລະກ້າວຢ່າງບໍ່ຢຸດຢັ້ງ.

ສອງຝ່າຍໄດ້ເຊັນລົງນາມເຫັນດີເປັນເອກະພາບກັນ ດັ່ງນີ້:

  1. ສອງຝ່າຍ ຈະແລກ ປ່ຽນຄະນະຜູ້ແທນ ຂອງສອງນະຄອນຫຼວງ ໃນລະດັບຕ່າງໆ ເພື່ອສ້າງຄວາມເຂົ້າໃຈ ແລະ ກິດຈະກຳແລກປ່ຽນເຊິ່ງກັນ ແລະ ກັນ
  2. ສອງຝ່າຍ ເຫັນດີຜັນຂະຫຍາຍບັນດາຄວາມພະຍາຍາມຮ່ວມມືໃນຂົງເຂດການແລກປ່ຽນລະຫວ່າງປະຊາຊົນ ກັບ ປະຊາຊົນແບ່ງປັນຂໍ້ມູນຂ່າວສານ ເປັນຕົ້ນແມ່ນ ນະຄອນອັດສະລິຍະ ຄວາມຮູ້ດີຈິຕອນ ແລະ ກອງປະຊຸມເຄືອຂ່າຍ ອື່ນໆ
  3. ສອງຝ່າຍ ຈະສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພະແນກການກ່ຽວຂ້ອງ ຂອງນະຄອນຫລວງວຽງຈັນ ແລະ ນະຄອນຫລວງພະນົມເປັນ ແລະ ຈະສົ່ງເສີມການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ການແລກປ່ຽນ ວັດທະນະທໍາ ແລະ ການສຶກສາ ແລະ ຂົງເຂດອື່ນໆ ທີ່ທັງສອງຝ່າຍ ມີຄວາມສົນໃຈຮ່ວມກັນ
  4. ທຸກຂໍ້ຂັດແຍ້ງທີ່ເກີດຂຶ້ນໃນການຕີຄວາມໝາຍ ຫລື ການປະຕິບັດສັນຍາສະບັບນີ້ ຈະຕ້ອງຖືກແກ້ໄຂແບບ ເພື່ອນມິດ ໂດຍຜ່ານການປຶກສາຫາລື ຫລື ການເຈລະຈາ ລະຫວ່າງຄູ່ສັນຍາທັງສອງຝ່າຍ
  5. ເນື້ອໃນຂໍ້ຄວາມໃດໆທີ່ຂັດກັບສັນຍາສະບັບນີ້ຈະຖືກຍົກເລີກພາຍໃຕ້ກົດໝາຍ ແລະ ລະບຽບການຂອງທັງສອງປະເທດ.

ທີ່ມາ: ໜັງສືພິມ ວຽງຈັນໃໝ່